ກະຊວງການຕ່າງປະເທດຫວຽດນາມເປັນປະທານຈັດຕັ້ງການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມອບໃຫ້ກະຊວງການຕ່າງປະເທດຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການຈັດຕັ້ງການພົບປະລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ຮ່າໂນ້ຍ ໃຫ້ເປັນຢ່າງດີ.

ກະຊວງການຕ່າງປະເທດຫວຽດນາມເປັນປະທານຈັດຕັ້ງການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບ: chinhphu.vn)

ໃນນັ້ນ, ລັດຖະບານໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດ, ເຊື່ອມໂຍງໃຫ້ເປັນຢ່າງດີ.

        ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ອອກແຈ້ງການວ່າ, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho, ທ່່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຈະຢ້ຽມຢາມສປປ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 14 ກຸມພານີ້. ການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຖືກດຳເນີນໃນສະພາບ ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຂ່າວວ່າ ຈະພົບປະກັບການນຳສປປ.ເກົາຫຼີ ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ