ທ່ານປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດ
ເລືອກຕັ້ງນະຄອນ ໂຮ່ຈິມີນ
|
(vovword) - ຕອນເຊົ້າວັນທີ 25/6, ທ່ານປະທານປະເທດ ຫວຽດນາມ Truong Tan Sang ແລະ ບັນດາສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ 1 ນະຄອນໂຮ່ຈິມີນ ເພື່ອລາຍງານໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. ທີ່ການຕ້ອນຮັບ, ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາເນື້ອໃນຊຶ່ງສະພາແຫ່ງຊາດປຶກສາຫາລື ແລະ ຮັບຮອງເອົາໃນສະໄຫມປະຊຸມ, ພິເສດ ແມ່ນສະພາບເສດຖະກິດສັງຄົມຂອງປະເທດຊາດ ແລະ ກົດໝາຍສະບັບສຳຄັນຈຳນວນຫນຶ່ງ, ສອດຄ່ອງກັບການພັດທະນາລວມ. ຕາມຜູ້ມີສິດເລືອກຕັ້ງຫລາຍຄົນແລ້ວ, ລັດຖະບານ ຄວນຫນູນຊ່ວຍຢ່າງຕັ້ງຫນ້າກວ່າອີກເພື່ອໃຫ້ວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ. ກ່ຽວກັບບັນຫາແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ທ່ານປະທານປະເທດ Truong Tan Sang ໃຫ້ຮູ້ວ່າ:
“ຕ້ອງແກ້ໄຂສະພາບຢຸດຕິການຜະລິດ, ສິນຄ້າຄ້າງສາງ, ວິສາຫະກິດລົ້ມລະລາຍ, ຫນິ້ເສຍເປັນຈຳນວນຫລວງຫລາຍ. ພ້ອມກັນນັ້ນ ຕ້ອງສະຫງວນເວລາຢ່າງເໝາະສົມ, ຊັບຊ້ອນຈັດຕັ້ງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່.”
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ Truong Tan Sang ໄດ້ມີການພົບປະກັບຜູ້ມີສິດເລືອກ
ຕັ້ງເມືອງ 3 ນະຄອນ ໂຮ່ຈິມີນ.
ແລະກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ແລະ ຄະນະຜູ້ແທນສະພາແຫ່ງຊາດແຂວງ Ha Tinh ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງພູດອຍ Vu Quang ແຂວງ Ha Tinh ເພື່ອແຈ້ງໝາກຜົນຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. ຜູ້ມີສິດເລືອກຕັ້ງສະເຫນີໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ຄວນມີບັນດາມາດຕະການລະອຽດ ແລະ ບຸລິມະສິດໃຫ້ແກ່ເຂດພູດອຍ, ເຂດຫ່າງໄກສອກຫລີກໃນການພັດທະນາເສດຖະກິດສັງຄົມເພື່ອຫລຸດຜ່ອນອັດຕາຄອບຄົວທຸກຍາກເມື່ອທຽບກັບແຫ່ງອື່ນໃນທົ່ວປະເທດ.