ການນຳລັດຖະບານ ເຂົ້າຮ່ວມພິທີ່ໄຂສົກຮຽນ ໃໝ່ຢູ່ມະຫາວິທະຍະໄລ ການຄ້າຕ່າງປະເທດ

ການນຳລັດຖະບານ ເຂົ້າຮ່ວມພິທີ່ໄຂສົກຮຽນ ໃໝ່ຢູ່ມະຫາວິທະຍະໄລ ການຄ້າຕ່າງປະເທດ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເຂົ້າ​ຮ່ວມ​ພິທີ່​
ໄຂ​ສົກ​ຮຽນ​ໃໝ່ຂອງ​ມະຫາ​ວິທະຍະ​​ໄລ​ການ​ຄ້າ​ຕ່າງປະ​ເທດ
(ພາບ: baomoi.com)

(vovworld) -     ຕອນ​ເຊົ້າ​ວັນ​ທີ 20/9, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເຂົ້າ​ຮ່ວມ​ພິທີ່​ໄຂ​ສົກ​ຮຽນ​ໃໝ່ 2012 – 2013 ​ແລະ ພິທີ​ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ຂອງ​ມະຫາ​ວິທະຍະ​​ໄລ​ການ​ຄ້າ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຍ້ອງຍໍ​ຜົນງານ​ຂອງ​ໂຮງຮຽນ ​ແລະ ຢືນຢັນວ່າ ມະຫາ​ວິທະຍະ​​ໄລ​ການ​ຄ້າ​ຕ່າງປະ​ເທດ ​ໄດ້​ສ້າງ​ອິດ​ທິພົນ​ຊື່​ສຽງ ​ແລະ ​ເຄື່ອງໝາຍ​​ໃນ​ບັນດາ​ມະຫາ​ວິທະຍະ​​ໄລທີ່​ມີ​ຊື່​ສຽງ​ຂອງ​ທົ່ວ​ປະ​ເທດ. ທ່ານ​ຮອງ​ນາຍົກ ​ຮຽກຮ້ອງ​ໃຫ້​ໂຮງຮຽນ​ປະຕິບັດ 5 ໜ້າ​ທີ່​ຈຸດ​ສຸມ, ​ໃນ​ນັ້ນ​ສຸມ​ໃສ່​ສ້າງ​ຖັນ​ແຖວ​ຄູ​ອາຈານ, ສູ້​ຊົນ​ນຳ​ໂຮງຮຽນ​ກາຍ​ເປັນສູນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ສູນ​ຄົ້ນຄວ້າ​ອັນ​ດັບ​ໜຶ່ງກ່ຽວ​ກັບ​ເສດຖະກິດ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດນາມ.

        “ທາງ​ໂຮງຮຽນ​ໄດ້​ມີ​ບັນດາ​ລາຍການ​ຮ່ວມ​ມື, ​ເຊື່ອມ​ຕໍ່​ກັບ​ບັນດາມະຫາ​ວິທະຍະ​​ໄລ​ຕ່າງປະ​ເທດ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ ປະກອບສ່ວນ​ຢ່າງ​ແທດ​ຈິງ​ເພື່ອ​ບຳລຸງ​ສ້າງ​ນັກ​ສຶກສາ​ທີ່​ມີ​ຄຸນນະພາບ​ສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ກິດຈະການ​ເຊື່ອມ​ໂຍງ. ​ແຕ່​ທາງ​ໂຮງຮຽນ​ຕ້ອງ​ເອົາ​ໃຈ​ໃສ່​ເລືອກເຟັ້ນ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ເພື່ອ​ປະຕິບັດ​ການ​ເຄື່ອນ​ໄຫວເຊື່ອມ​ຕໍ່​ການ​ບຳງລຸ​ງສ້າງ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຄຸ້ມ​ຄອງ​ບັນດາ​ການ​ເຄື່ອນ​ໄຫວ​​ເຊື່ອມ​ຕໍ່​ນີ້​ຢ່າງ​ແໜ້​ນແຟ້ນ, ຮັບປະກັນ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ, ​ໂດຍ​ສະ​ເພາະ​ແມ່ນ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ ​ແລະ ກົນ​ໄກ​ການ​ເງິນ.”

ຂ່າວ/ບົດ​ອື່ນ