ການນຳສະຫະພັນລັດເຊຍຝາກຈົດໝາຍອວຍພອນການນຳຫວຽດນາມ

ການນຳສະຫະພັນລັດເຊຍຝາກຈົດໝາຍອວຍພອນການນຳຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສ​ະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ວັນ​ທີ 30/4/2015, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ​ລັດ​ເຊຍ Vladimir Putin ໄດ້​ຝ​າ​ກ​ຈົດ​ໝາຍອວຍ​ພອນ​ເຖິ​ງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ. ຈົດ​ໝາຍ​ອວຍ​ພອນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ V.Putin ຊີ້​ແຈ້​ງວ່າ:

        “ປະ​ຊາ​ຊົນ ລັ​ດ​ເຊຍ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ນັບ​ຖື​ວິ​ລະ​ກຳ​ຂອງ​ປ​ະ​ຊາ​ຊົນ ຫວຽດ​ນາມ, ຫຼາຍ​ຄົນໄດ້​ເສຍ​ສະຫຼະ​ຊີ​ວິດເພື່ອ​ຕໍ່​ສູ້​ຍາດ​ເອົາ​ເສ​ລີ​ພາບ ແລະ ເອ​ກະ​ລາດ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ: ໃນ​ຊຸມ​ເດືອນ​ປີ​ທີ່​ຫຍຸ້ງ​ຍາກນີ້, ປະ​ເທດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ໃຫ້​ແກ່​ບັນ​ດາ​ເພື່ອນ​ມິດ ຫວຽດ​ນາມ.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ພົວ​ພັນ​ຄ່​ູ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສະ​ຫະ​ພັນ​ລັ​ດ​ເຊຍ ແລ​ະ ສ​ສ. ຫວຽດ​ນາມ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ປັບ​ປຸງ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ຢູ່​ພ​າກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.”

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ D. Medvedev ກໍ່​ໄດ້​ຝ​າກ​ຈົດ​ໝາຍອວຍ​ພອນ​ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ໃນ​ຈົດ​ໝາຍ​ເນັ້ນ​ໜັກ​ວ່າ:

“ເຫດ​ການ​ທີ່​ເປັນ​ໜ້າ​ຈົດ​ຈຳ​ນີ້​ແມ່ນ​ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ພິ​ລະ​ອາດ​ຫານ ແລະ ນ້ຳ​ໃຈ​ໝັ້ນ​ແກ່ນ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ເພື່ອ​ເອ​ກະ​ລາດ. ສິ່ງ​ສຳ​ຄັນ​ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຊຸມ​ເດືອນ​ປີ​​ແຫ່ງ​ການ​ທົດ​ສອບ​ຂອງ​ສົງ​ຄາມ ກໍ່​ຄື​​ໃນພາ​ລະ​ກິດ​ຟື້ນ​ຟູ​ເສດ​ຖະ​ກິດ, ຫວຽດ​ນາມ ແລະ ລັດ​ເຊຍ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື, ສ້າງ​ພື້ນ​ຖານ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ​ຄູ່​ຮ່ວມມ​ື​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ 2 ປະ​ເທດ​ພວກ​ເຮົາ.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລວມ​​ໃຫຍ່ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ອຸດ​ສາ​ຫະ​ກຳ, ພະ​ລັງ​ງານ… ແລະ ບັນ​ດາ​ຂົງ​ເຂດ​ອື່ນໆ​ເຊິ່ງ​ຂ້າ​ພະ​ເຈົ້າ ແລະ ທ່ານ​ ໄດ້​ປືກ​ສາ​ຫາ​ລື​ໃນ​ຂອບ​ເຂດ​ການ​ພົບ​ປະ​​ຫວ່າງບໍ່​ດົນ​ມານີ້ຢູ່ ຮ່າ​ໂນ້ຍ ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ກ່​ວາ​ອີກ. ເນື່ອງ​ໃນ​ໂອ​ກາດນີ້, ອີກ​ເທື່ອ​ໜຶ່ງ​​ຂ້າ​ພະ​ເຈົ້າຂໍ​​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​​ຕໍ່​ທ່ານ ແລະ ເພື່ອນ​ມິດ ຫວຽດ​ນາມ ທີ່ໄດ້​ສະ​ຫງວນ​ຄວາມ​ຮັ​ກ​ແພງ​ໃຫ້​ແກ່​ຂ້​າ​ພະ​ເຈົ້າ.”


ຂ່າວ/ບົດ​ອື່ນ