ການນຳ ຍີ່ປຸ່ນ - ລັດເຊຍ ໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາ 2 ຝ່າຍ

(VOVWORLD) - ວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອແລກປ່ຽນກ່ຽວກັບບາງບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດ. 
ການນຳ ຍີ່ປຸ່ນ - ລັດເຊຍ ໂອ້ລົມທາງໂທລະສັບກ່ຽວກັບບັນດາບັນຫາ 2 ຝ່າຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo. (ພາບ: Reuters)

  ການນຳ 2 ປະເທດໄດ້ຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ ຈະສືບຕໍ່ດຳເນີນບັນດາການເຈລະຈາ 2 ຝ່າຍ ມຸ່ງໄປເຖິງການເຊັນສັນຍາສັນຕິພາບ, ຊື່ງພວມຖືກຂີດຂວາງຍ້ອນບັນຫາຂັດແຍ້ງຜືນແຜ່ນດິນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ Abe ມີຄວາມຫວັງວ່າ ໃນອະນາຄົດ, 2 ປະເທດຈະຈັດຕັ້ງບັນດາກອງປະຊຸມພົບປະເຈລະຈາຢ່າງຕັ້ງໜ້າ ມຸ່ງໄປເຖິງການແກ້ໄຂການຂັດແຍ້ງຜືນແຜ່ນດິນດັ່ງກ່າວ.    ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ກໍ່ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ