ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມກັບບັນດານັກໂທດຍິງໄດ້ຮັບການປ່ອຍຕົວກ່ອນກຳນົດ. |
(vovworld)- ຕອນເຊົ້າວັນທີ 31/8, ຄ້າຍກັກຂັງ ແທງຊວນ , ຮ່າໂນ້ຍໄດ້ຈັດພິທີປະກາດຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດໃຫ້ແກ່ບັນດານັກໂທດທີ່ພວມປະຕິບັດໂທດຢູ່ນີ້. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທາສະພາທີ່ປຶກສາອະໄພຍະໂທດສູນກາງປີ 2015 ໄດ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ :
“ ຂ້າພະເຈົ້າສະເໜີຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຕຳຫຼວດທ້ອງຖິ່ນຕ່າງໆຈົ່ງຕິດຕາມ ຊ່ວຍເຫຼືອບັນດາຜູ້ໄດ້ຮັບອະໄພຍະໂທດ. ພິເສດທຸກໆທ້ອງຖິ່ນຕ້ອງປະຕິບັດດຳລັດຂອງລັດຖະບານກ່ຽວກັບການນຳນັກໂທດກັບຄືນສູ່ການເຄື່ອນໄຫວສັງຄົມພາຍຫຼັງຮັບການປ່ອຍຕົວ ກໍຄືສ້າງວຽກເຮັດງານທຳໃຫ້ແກ່ເຂົາເຈົ້າ ”