ການປະກອບຄຳເຫັນຂອງຜູ້ມີສິດເລືອກຕັ້ງແຂວງດ່ານັ້ງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13

ການປະກອບຄຳເຫັນຂອງຜູ້ມີສິດເລືອກຕັ້ງແຂວງດ່ານັ້ງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13 - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ດ່າ​ນັ້ງ
(ພາບ: baodanang.vn)


(vovworld) - ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/05 ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່ຽວຂ້ອງ​ເຖິງເລື່ອງລົງ​ຄະ​ແນນ​ສຽງ, ປ່ອນ​ບັດ​ໄວ້ວາງ​ໃຈ​ສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ​, ທ່ານ ດັ້ງ​ຮີ​ວຮາວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ດ່າ​ນັ້ງ, ຍົກ​ຄຳ​ເຫັນ​ວ່າ.

        “ຂ້າພະ​ເຂົ້າ​ເຫັນ​ວ່າ ​ນີ້​ແມ່ນ​ວຽກ​ງານ​ທີ່ດີ, ສະ​ແດງ​ໃຫ້ເຫັນລັກສະນະປະຊາທິປະ​ໄຕ​ໃນ​ສະພາ​ແຫ່ງ​ຊາດ ​ແລະ ​ໃນ​ທົ່ວ​ປວງ​ຊົນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຕ້ອງ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ການ​ປະຕິບັດ​ບັນຫາ​ປ່ອນບັດ​ໄວ້​ວາງ​​ໃຈ​ໃຫ້​ຖືກ​ຕ້ອງ ​ແລະ ພາວະ​ວິ​ໄສ”.

        ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ທ່ານ ດ່ວານ​ຮົ່ງ​ເຈືອງ, ຜູ້​ມີ​ສິດ​ເລື​ອກຕັ້ງ, ຮອງ​ປະທານ​ສະມາຄົມ​ອະ​ດີດ​ນັກຮົບ​ນະຄອນ​ດ່າ​ນັ້ງ ຖື​ວ່າ.

        “ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ. ມັນ​ຈະຕັດສິນ​ວ່າທີ່​ດິນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ທົ່ວ​ປວງ​ຊົນ ຫຼື ກຳມະສິດ​ຂອງ​ສ່ວນ​ບຸກຄົນ. ການປຶກສາຫາລືໃນ​ສະພາ​ແຫ່ງ​ຊາດ​ກໍ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ​ຕາມ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປ​ະຊາ​ຊົນວ່າ ທີ່​ດິນ​ແມ່ນ​ຂຶ້ນ​ກັບກຳມະສິດ​ຂອງ​ທົ່ວປວງຊົນ. ພວກ​ຂ້າພະ​ເຈົ້າ​ສົນໃຈ​ເຖິງ​ທີ່​ດິນ​ຂອງ​ຄອບຄົວຜູ້​ປູກ​ປ່າ ຕ້ອງ​ເຮັດ​ຄື​ແນວ​ໃດ​ໃຫ້​ເໝາະ​ສົມ, ຕ້ອງ​ໃຊ້​ເວລາ​ດົນ​ເທົ່າ​ໃດ​ໃຫ້​ແກ່​ເຂົ້າ​ເຈົ້າ ຫາກ​ບໍ່​ອາດ​ເວົ້າ​ວ່າ ທີ່​ດິນ​ສາມາດມອບ​ໃຫ້​ບັນດາຄອບຄົວ​ນຳໃຊ້ແບບຖາວອນໄດ້”.

ຂ່າວ/ບົດ​ອື່ນ