ການປະຊຸມຂ່າວກ່ຽວກັບກອງປະຊຸມ ສະຫລຸບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ

ການປະຊຸມຂ່າວກ່ຽວກັບກອງປະຊຸມ ສະຫລຸບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ - ảnh 1

 

(ພາບປະກອບ:phattuvietnam.net)

(VOV)- ຕອນ​ເຊົ້າວັນ​ທີ 10/10,  ຢູ່​ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ພິ​ເສດ-​ຄະນະ​ກຳມະການ​ອາຊີບ​ລັດຖະບານ ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ກອງ​ປະຊຸມ​ສະຫລຸບ​ຂັ້ນລັດ​ກ່ຽວ​ກັບ​​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດຖິ​ນັກຮົບ​ເສຍ​ສະຫຼະ​ຊີວິດ, ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວ​ຊານຫວຽດນາມ​ ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​ໄລຍະ​ສົ​ງ​ຄາມ​ຢູ່​ລາວ ​ແລະ ກຳປູ​ເຈ​ຍ. ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 16/10 ຈະ​ມາ​ເຖິງ. ທ່ານ​ພັນ​ເອກ Tran Van Minh ຫົວໜ້າ​ກົມ​ນະ​ໂຍບາຍ, ກົມ​ໃຫ່ຍການ​ເມືອງ​ໃຫ້​ຮູ້​ວ່າ:  

   “ກອງ​ປະຊຸມ​ນີ້​ທັງ​ແມ່ນ​ເພື່ອ​ຕີ​ລາຄາ​ຄວາມ​ຮັບຜິດຊອບ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຕໍ່​ຍາດຕິ​ພີ່ນ້ອງ, ຄອບຄົວ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ສະແດງຄວາມ​ຮູ້​ບຸນຄຸນ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ເຂົາ​ເຈົ້າ ​​ແລະ ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ພັກ, ລັດ ​ແລະ ປະຊາຊົນ​ລາວ ​ແລະ ກຳປູ​ເຈຍ ທີ່​ໄດ້​ຊ່ວຍ​ພວກ​ເຮົາ​ປະ​ຕິ​ບັດ​ໜ້າ​ທີ່​ນີ້

    ນັບ​ແຕ່​ປີ 1994 ມາ​ຮອດ​ປະຈຸ​ບັນ, ຄະນະ​ປະຕິບັດ​ງານ​ພິ​ເສດຫວຽດນາມ ​ໄດ້​ຊອກ​ຫາ, ທ້ອນ​ໂຮມອັດຖິ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ຢູ່​ລາວ ​ແລະ ກຳປູ​ເຈ​ຍ​ ​ໄດ້​ກ່ວາ 30.000 ຊຸດ​ແລ້ວ ​ແລະ ສູ້​ຊົນ​ຮອດ​ປີ 2015 ຈະ​​​ຊອກ​ຫາ, ທ້ອນ​ໂຮມອັດຖິ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ຢູ່​ລາວ ​ແລະ ກຳປູ​ເຈຍ​ ​ປະມານ 4000 ຊຸດ​ທີ່​ຍັງ​ເຫຼືອກັບ​ເມືອ​ປະ​ເທດສຳ​ເລັດ​ໂດຍ​ພື້ນຖານ.​

 

 

ຂ່າວ/ບົດ​ອື່ນ