ການປະຊຸມຂ່າວກ່ຽວກັບ ໝາກຜົນກອງປະຊຸມ FAO 31

ການປະຊຸມຂ່າວກ່ຽວກັບ     ໝາກຜົນກອງປະຊຸມ FAO 31 - ảnh 1
ກອງປະຊຸມ FAO
ພາບປະກອບ:dangcongsan.vn


(vovworld) - ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ​ໄດ້ດຳ​ເນີນ​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ຂອງ​ກອງ​ປະຊຸມຂອງ​ອົງການ​ອະ​ຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ​     (FAO ) ຄັ້ງ​ທີ 31 ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ແຕ່​ວັນ​ທີ 12 - 16/3.​ ທີ​່ການ​ປະຊຸມ​ຂ່າວ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ຢັນ​ຢັນ​ທັດສະນະ​ຂອງ​ລັດຖະບານ​ຫວຽດນາມ ​ແມ່ນ​ພ້ອມ​ແລ້ວ​ແບ່ງປັນ​ບົດຮຽນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ພັດທະນາ​ກະສິກຳ, ຊົນນະບົດ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດນາມ​ຈະ​ບໍ່​ຈຳກັດ ​​ໂກ​ຕາ​ສົ່ງ​ອອກ​ເຂົ້າສານ. ສ່ວນ​ທ່ານ Jose Graziano da Silva ​ຜູ້ອຳນວຍການ​ໃຫຍ່ FAO ​ໃຫ້​ຮູ້​ວ່າ: FAO ພວມ​ຊຸກຍູ້​ວິທີ​ສຳ​ພັດ​ໃຫມ່​ໃນ​ການ​ຜະລິດ​ກະສິກຳ​ທີ່​ມີ​ຊ່ືວ່າ: ປົກ​ປັກ​ຮັກສາ ​ແລະ ​ເຕີບ​ໂຕ. FAO ກໍ​ພວມ​ສະຫນອງ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ປະ​ເທດຈຳກັດ​ການ​ນຳ​​ໃຊ້​​ທາດເຄມີ, ຝຸ່ນ​ເຄມີ ​ແລະ ຢາ​ປາບ​ສັດຕູ​ພືດ​ໃນ​ການ​ຜະລິດ​ກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ