ການປະທະກັນທີ່ ນອງເລືອດ ລະຫວ່າງກອງທັບ ກັບຝ່າຍຄ້ານ ຊີຣີ
ການປະທະກັນລະຫວ່າງກອງທັບກັບຝ່າຍຄ້ານ ຊີຣີ ໄດ້ເກີດຂຶ້ນຢ່າງ ດຸເດືອດຢູ່ທາງກ້ຳໃຕ້ຂອງນະຄອນຫຼວງ Damacus ເມື່ອວັນທີ 22/8
(ພາບ: internet)
|
Vovworld - ວັນທີ 22/8 ການປະທະກັນລະຫວ່າງກອງທັບກັບຝ່າຍຄ້ານ ຊີຣີ ໄດ້ເກີດຂຶ້ນຢ່າງດຸເດືອດຢູ່ທາງກ້ຳໃຕ້ຂອງນະຄອນຫຼວງ Damacus ແນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ . ສຳນັກຂ່າວສານແຫ່ງລັດ ຊີຣີ SANA ໄດ້ຄັດແຫຼ່ງຂ່າວຢ່າງເປັນທາງການໃຫ້ຮູ້ວ່າ ກອງທັບລັດຖະບານໄດ້ປະທະກັນກັບກຸ່ມກໍ່ການຮ້າຍປະກອບອາວຸດຢູ່ເຂດຊານ ນະຄອນຫຼວງ Damacus ຊຶ່ງໄດ້ຢຶດເອົາຫຼາຍອາວຸດ ແລະ ໄດ້ຄົ້ນພົບຮາກຖານຜະລິດລູກລະເບີດ. ໃນຂະນະນັ້ນ, ກອງທັບ ຊີຣີ ໂດຍມີການຄຸ້ມກັນຈາກລົດຖັງ , ເຮືອບິນເອລີກອບເຕີ, ໄດ້ຕີຖອຍກຳລັງຝ່າຍຄ້າຍອອກຈາກບໍລິເວນທາງກ້ຳໃຕ້ຂອງນະຄອນຫຼວງ Damacus ຊຶ່ໄດ້ຮັບຖືວ່າແມ່ນຖານທີ່ໝັ້ນຂອງຂອງກຳລັງນີ້.