ການປະທະກັນລະຫວ່າງຕຳຫຼວດແລະບັນດາຜູ້ຄັດຄ້ານການຄຸ້ມຄອງເຂດຊາຍແດນລະຫວ່າງອີຕາລີ-ໂອຕາລິດຢ່າງແໜ້ນແຟ້ນ

ການປະທະກັນລະຫວ່າງຕຳຫຼວດແລະບັນດາຜູ້ຄັດຄ້ານການຄຸ້ມຄອງເຂດຊາຍແດນລະຫວ່າງອີຕາລີ-ໂອຕາລິດຢ່າງແໜ້ນແຟ້ນ - ảnh 1
ມີ​ຜູ້​ແຫ່​ຂະ​ບວນ​ປະ​ມານ 400 – 500 ຄົນ
ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະ​ຖານ​ນ​ີ​ລົດ​ໄຟ Brenner
(ພາບ: Getty Images)


(vovworld) – ​ວັນ​ທີ 07/05, ບັນ​ດາ​ການ​ປະ​ທະ​ກັນ​​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ຕະ​ຫຼວດ​ອີ​ຕາ​ລີ ແລະ ບັນ​ດາ​ຜູ້​ແຫ່​ຂະ​ບວນ ເພື່ອ​ຄັດ​ຄ້ານ​ແຜນ​ການ​​ຄຸ້ມ​ຄອງ​ເຂ​ດ​ຊາຍ​ແດນ​ລະ​ຫວ່າງ ອີ​ຕາ​ລີ - ໂອ​ຕາ​ລິດ ​ຢ່າງ​ແໜ້ນ​ແຟ້ນເພື່ອ​ແນ​ໃສ່ຄວ​ບ​ຄຸມ​ຊາວ​ອົບ​ພະ​ຍົບ. ມີ​ຜູ້​ແຫ່​ຂະ​ບວນ​ປະ​ມານ 400 – 500 ຄົນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະ​ຖານ​ນ​ີ​ລົດ​ໄຟ Brenner, ນ​ຳເ​ອົາ​​ປ້າຍ​ຄຳ​ຂວັນ​ຄັດ​ຄ້ານ, ດ້ວຍ​ຈຸດ​ປະ​ສົ​ງແຫ່​ຂະ​ບວນ​ເຖິງ​ເຂດ​ຊາຍ​ແດນ. ກຳ​ລັງ​ຕຳ​ຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ເພື່ອ​ແນ​ໃສ່​ຍົກ​ເລິກ​ຂະ​ບວນແຫ່​, ເຮັດ​ໃຫ້​ບັນ​ດາ​ຜູ້ເຂົ້າ​ຮ່ວມ​ຕ້ອງ​ແລ່ນ​ໜີ. ພາຍ​ຫຼັງ​ການ​ປະ​ທະ​ກັນ, ສື່ມວນ​ຊົນ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ, ມີ​ນາຍຕຳ​ຫຼວດ​ຄົນ​ໜຶ່ງ​ຖືກ​ຮັບ​ບາດ​ເຈັບ ແລະ ຜູ້​ແຫ່​ຂະ​ບວນ​ນັບ 10 ຄົນ​ຖືກ​ຈັບ​ຕົວ. ກ່ອນ​ໜ້ານັ້ນ, ໂອ​ຕາ​ລິດ ໄດ້​ປະ​ກາດ​ແຜນ​ການກໍ່​ສ້າງ​ຮົ້ວ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ອີ​ຕາ​ລີ ເພື່ອ​ແນ​ໃສ່​ຄວບ​ຄ​ຸມ​ບັນ​ດາ​ຊາວ​ອົບ​ພະ​ຍົບ.

ຂ່າວ/ບົດ​ອື່ນ