ການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີຈະດຳເນີນໃນວັນທີ 12 ມິຖຸນາຢູ່ສິງກະໂປ

(VOVWORLD) -ວັນທີ 10 ພຶດສະພາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແຈ້ງວ່າ, ທ່ານຈະພົບປະກັບການນຳສປປ.ເກົາຫຼີ Kim Jong un ຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ.

ການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີຈະດຳເນີນໃນວັນທີ 12 ມິຖຸນາຢູ່ສິງກະໂປ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un 

(ພາບປະກອບ: AFP/TTXVN)

ໃນແຈ້ງການທາງສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີອາເມລິກາ Donald Trump ເນັ້ນໜັກວ່າ: “ພວກຂ້າພະເຈົ້າທັງ 2 ຄົນຈະມານະພະຍາຍາມເຮັດໃຫ້ການພົບປະຄັ້ງນີ້ກາຍເປັນຈຸດເວລາພິເສດໃຫ້ສັນຕິພາບໂລກ”.

      ວັນທີ 10 ພຶດສະພາ, ກະຊວງການຕ່າງປະເທດສິງກະໂປ ໄດ້ຢືນຢັນວ່າ ປະເທດນີ້ຈະເປັນເຈົ້າພາບຈັດຕັ້ງການພົບປະຂັ້ນສຸດຍອດຄັ້ງປະຫວັດສາດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໃນວັນທີ 12 ມິຖຸນາ ຈະມາເຖິງ. ໃນແຈ້ງການ, ກະຊວງການຕ່າງປະເທດສິງກະໂປ ສະແດງຄວາມຫວັງວ່າ ການພົບປະຈະຊຸກຍູ້ແງ່ຫວັງສັນຕິພາບໃນແຫຼມເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ອົງການດັ່ງກ່າວກໍ່ບໍ່ປະກາດລາຍລະອຽດຕື່ມອີກກ່ຽວກັບການກະກຽມໃຫ້ແກ່ການພົບປະເທື່ອ.

      ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການນະໂຍບາຍ ກ່ອນການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ