ການ​ພົບ​ປະ​ເຈລະ​ຈາການ​ຮ່ວມ​ມື​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ

ການ​ພົບ​ປະ​ເຈລະ​ຈາການ​ຮ່ວມ​ມື​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ - ảnh 1

(ພາບ:ອິນ​ເຕີ​ແນັດ)

(vovworld)- ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເຫດການ​​ແລກປ່ຽນ​ພົບ​ປະ​ຫວຽດນາມ-​ຍີ່ປຸ່ນ​ປີ 2012 ຈັດ​ຂຶ້ນ​ຢູ່​ຍີ່ປຸ່ນ, ຕອນ​ເຊົ້າວັນ​ທີ 14/9, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽ​ດນາມ ​ໄດ້​ເປັນ​ປະທານ​ການ​ພົບ​ປະ​ເຈລະຈາການ​ຮ່ວມ​ມື​ຫວຽດນາມ-​ຍີ່ປຸ່ນ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ການ​ພົບ​ປະ​ເຈລະຈາ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຄວາມ​ຕ້ອງການ, ຄວາມ​ສາມາດ​ບົ່ມ​ຊ້ອນ, ມາດ​ຕະການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ວິຊາ​ຊີບ, ບົນ​ພື້ນຖານ​ນັ້ນ ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດ​ຊອບ​ສອງ​ປະ​ເທດ​ຈະ​ສະ​ເໜີ​ຕໍ່​ລັດຖະບານ​ສອງ​ປະ​ເທດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທ່ານ Tran Ngoc An ຫົວໜ້າ​ກົມ, ຜູ້ອຳນວຍການ​ກອງ​ທຶນ​ເສດຖະກິດ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ:

   “ການ​ພົບ​ປະ​ເຈລະຈາ​ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດສຸມ​ໃສ່​ຂົງ​ເຂດຮຽນ ​ແລະ ສອນ​ວິຊາ​ຊີບ. ຢູ່​ທີ່​ນີ້, ຫວຽດນາມ​ ໄດ້​ແນະນຳຄວາມ​ຕ້ອງການ​ກໍ່​ຄື​ຄວາມ​ປາດ​ຖະໜາ​ຂອງ​ຫວຽດນາມ ຢາກ​ຮ່ວມ​ມື​ໃນ​ຂົງ​ເຂດ​ສອນ​ວິຊາ​ຊີບ​ຍ້ອນ​ຍີ່ປຸ່ນ​ມີ​ຄຸນ​ນະພາ​ບ​, ມີ​ປະສິດທິ​ຜົນ​ສູງໃນ​ຂົງ​ເຂດ​ນີ້, ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ລົງທຶນ​ເຂົ້າຫວຽດນາມ

 

 

 

 

ຂ່າວ/ບົດ​ອື່ນ