ການພົບປະແລກປ່ຽນກ່ຽວກັບການຄຸ້ມຄອງລັດຂອງຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ

ການພົບປະແລກປ່ຽນກ່ຽວກັບການຄຸ້ມຄອງລັດຂອງຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 28/10, ການ​ນຳກະຊວງງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ບັນດາ​ຫົວໜ່ວຍ​ສັງກັດ ​ແລະ ການ​ນຳ​ບັນດາ​ພະ​ແນ​ກ, ພະນັກງານ, ລັດຖະກອນ​ຂະ​ແໜງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດຄັ້ງ​ທີ 2 ປີ 2014 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ຂອງ​ຂະ​ແຫຼງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ແລະ ຕອບ​ຄຳ​ຖາມ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດໂດຍ​ກົງ ກ່ຽວ​ກັບ​ບັນດາ​ບັນຫາ​ຄຸ​້ມ​ຄອງ​ລັດ​ຂອງ​ຂະ​ແໜງ. ​ໃນ​ຈຳນວນ​ບັນດາ​ຄຳ​ຖາມ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ທີ່​ສົ່ງມາ, ມີ​ເຖິງ 70% ຄຳ​ຖາມ​​ແມ່ນໄດ້​ເຕື້ອງ​ເຖິງ​ບັນຫາ​ຄຸ້ມ​ຄອງ​ທີ່​ດິນ ​ແລະ ຊັບ​ສົມບັດ​​ໃນທີ່​ດິນ, ຖັດຈາກ​ນັ້ນ​ແມ່ນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ຄຸ້ມຄອງ, ຂຸດ​ຂົ້ນ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ແຮ່​ທາດ.

        ທ່ານ​ລັດຖະມົນຕີ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ​ເນັ້ນ​ໜັກ​ວ່າ, ການ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ໄດ້​ກາຍ​ເປັນ​ຊ່ອງສື່ສານ​, ​ເປັນ​ຂົວ​ຕໍ່​ສຳຄັນ​ລະຫວ່າງ​ກະຊວງ ກັບປະ​ຊາ​ຊົນ ​ແລະ ວິ​ສາ​ຫະກິດ. ຜ່ານ​ບັນດາ​ການ​ພົບ​ປະ​ແລກປ່ຽນຄັ້ງ​ຕ່າງໆ, ກະຊວງ ​ແລະ ພະ​ແນ​ກ​ເຫັນ​​ໄດ້ ບັນດາ​ຂໍ້​ຄ້າງ​ຄາ​ໃນ​ວິວັດ​ການ​ສ້າງ ​ແລະ ຜັນ​ຂະຫຍາຍ​ກົນ​ໄກ, ນະ​​ໂຍບາຍ, ກົດໝາຍ​ຂອງ​ຂະ​ແໜງ ​ເພື່ອ​ຄົ້ນຄວ້າ, ປັບປຸງ, ​ເພີ່ມ​ຕື່ມ​ໃຫ້​ເໝາະ​ສົມ.

ຂ່າວ/ບົດ​ອື່ນ