ການພົບປະໂອ້ລົມ ”10 ປີ ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຢູ່ Venezuela”

ການພົບປະໂອ້ລົມ ”10 ປີ ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຢູ່ Venezuela” - ảnh 1
(ພາບ: .google.com.vn)

(vovworld)-ວັນ​ທີ 5/4, ຢູ່ຮ່າ​ໂນ້ຍ, ສະຖານທູດ Venezuela ປະຈຳ​ຫວຽດນາມ​ໄດ້​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈັດ​ຕັ້ງ​ການ​ເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ ”10 ປີ ​​ກໍ່ສ້າງ​ລັດແຫ່ງ​ອຳນາດ​ນິຕິບັນຍັດຢູ່ Venezuela” (2002-2012). ທີ່​ການ​ເຈລະຈາ, ທ່ານ​ເອອັກຄະ​ລັດຖະທູດ Venezuela ປະຈຳ​ຫວຽດນາມ Jorge Uzca tegui ​ໄດ້​ລາຍ​ງານ​ໂດຍ​ສັງ​ເຂ​ບບັນດາ​ໄລຍະ​ທາງ​ແຫ່ງ​ການ​ຕໍ່ສູ້​ປະຫວັດສາດ​ຂອງ​ລັດຖະບານ ​ແລະ ປະຊາຊົນ Venezuela ​ເພື່ອ​ຕ້ານ​ຄືນ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ, ​ໃນ 10 ປີ​ທີ່​ຜ່ານ​ມາ, Venezuela ​ກໍ່ສ້າງ​ລັດ​ແຫ່ງ​ຄວາມ​ສາມັກຄີ, ສັງຄົມ​ນິຍົມ ​ແລະ Bolivia ​ໄດ້​ຮັບ​ຜົນງານ​ຄື​ປະຈຸ​ບັນ​ແມ່ນ​ຍ້ອນ​ມີ​ການ​ນຳພາ​ອັນສະຫຼາດ​ສະຫຼຽວ​ຂອງ​ປະທານາທິບໍດີ Hugo Chavez Frias, ​ໃນ​ນັ້ນ​ມີ​ການ​ສະໜັບສະໜູນ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ.

        ”ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ, ການ​ພົວພັນ​ສາມັກຄີ​ມິດຕະພາບ ບໍ່​ພຽງ​ແຕ່​ແມ່ນ​ການ​ພົວພັນ​ສະ​ເພາະ​ຂອງ​ສອງ​ລັດຖະບານ​ເທົ່າ​ນັ້ນ, ຫາກ​ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າຄວາມ​ມິດຕະພາບ​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ​ກວ່າ​ອີກ. ຂ້າພະ​ເຈົ້າ​ກໍ່​ເຫັນ​ດີ​ກັບ​ການສະ​ເໜີຂອງ​ຝ່າຍ​ຫວຽດນາມ, ນັ້ນ​ແມ່ນ​ສອງ​ປະ​ເທດ​ຄວນ​ມີ​ບັນດາ​ລາຍການ​ຄົ້ນ​ຄ້ວາ​ນຳ​ກັນ​ກວ່າ​ອີກ. ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ສົ່ງ​ພະນັກງານ​ຂອງ​ຕົນ​ມາ​​ເຮັດ​ວຽກ​ກັບ​ບັນດາ​ພະນັກງານ​ຂອງ​ຫວຽດນາມ, ​ເພື່ອ​ຄົ້ນ​ຄ້ວາ​ບັນດາ​ບົດຮຽນ​ຂອງ​ຫວຽດນາມ, ຈາກ​ນັ້ນ​ສາມາດ​ປຽບທຽບ​ບັນດາ​ຜົນສຳ​ເລັດ ​ແລະ ການ​ປະລາ​ໄຊ, ກໍ່​ຄື​ບັນດາ​ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ສອງ​ປະ​ເທດ​ໄດ້”

ຕອບກັບ

ຂ່າວ/ບົດ​ອື່ນ