ການພົວພັນປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ: “ຮອບດ້ານ,ມີປະສິດທິຜົນ,ແທດຈິງແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ”
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໋ວີ້ງ
|
(vovworld) – ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໄດ້ ແລະ ພວມພັດທະນາຢ່າງຮອບດ້ານ. ສອງຝ່າຍໄດ້ກໍ່ສ້າງບັນດາກົນໄກຮ່ວມມື, ໃນນັ້ນມີການເຈລະຈານະໂຍບາຍປ້ອງກັນຊາດ. ຜ່ານການເຈລະຈາ 3 ຄັ້ງ, ການຮ່ວມມືປ້ອງກັນປະເທດລະຫວ່າງ 2 ປະເທດໄດ້ປະສົບຜົນສຳເລັດໃນການກໍ່ສ້າງການພົວພັນໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ສິ່ງດັ່ງກ່າວໂດຍທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໋ວີ້ງ ຢັ້ງຢືນໃນການຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບໝາກຜົນຂອງການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ຈັດຂຶ້ນໃນວັນທີ 29/11 ຢູ່ ຍີ່ປຸ່ນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫງວຽນຈີ໋ວີ້ງ, ເນັ້ນໜັກວ່າ:
“ນອກຈາກບັນດາຂົງເຂດທີ່ເປັນມູນເຊື້ອແລ້ວ, ປີນີ້, ຝ່າຍ ຍີ່ປຸ່ນ ກໍ່ຄື ຫວຽດນາມ ໄດ້ເອົາໃຈໃສ່ເຖິງການຮ່ວມມືຄວາມໝັ້ນຄົງທາງທະເລ. ນີ້ແມ່ນບັນຫາທີ່ທັງສອງຝ່າຍຕ່າງມີຄວາມສົນໃຈ. ເວລາຜ່ານມາ, ບັນດາກ່ຳປັ່ນສູ້ຮົບຂອງ ຍີ່ປຸ່ນ ໄດ້ມາຢ້ຽມຢາມ ຫວຽດນາມ, ແລກປ່ຽນບັນດາຄວາມຮູ້, ທັກສະກ່ຽວກັບການຊອກຫາກູ້ໄພກູ້ຊີບ ແລະ ບາງບັນຫາອື່ນກັບ ຫວຽດນາມ. ຊຸມປີຈະມາເຖິງ, ບັນດາກ່ຳປັ່ນການທະຫານຂອງ ຍີ່ປຸ່ນ ຈະສືບຕໍ່ຢ້ຽມຢາມ ຫວຽດນາມ ຫຼາຍກ່ວາປີກ່ອນເທື່ອໜຶ່ງ, ໝາຍຄວາມວ່າ ກ່ອນນີ້ແມ່ນປີລະເທື່ອ, ແຕ່ມາຮອດປະຈຸບັນສາມາດຫຼາຍກ່ວາເທື່ອໜຶ່ງ. ອາດສາມາດເວົ້າໄດ້ວ່າ, ການພົວພັນນີ້ຮັບປະກັນໃຫ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ກໍ່ຄືການມີໜ້າຢ່າງຖືກຕ້ອງຕາມກົດໝາຍຂອງ ຍີ່ປຸ່ນ ຢູ່ ພາກພື້ນ ອາຊີ - ປາຊີຟິກ, ພິເສດແມ່ນຢູ່ທະເລຕາເວັນອອກ.”