ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງຫວຽດນາມແລະອຽກລັງຈະມີການເຄື່ອນໄຫວຢ່າງຕັ້ງໜ້າໃນໄລຍະຈະມາເຖິງ
ງານລ້ຽງຕ້ອນຮັບທ່ານປະທານາທິບໍດິອຽກລັງ Michael D.Higgins
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 07/11, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດິອຽກລັງ Michael D.Higgins ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ: ການພົວພັນລະຫວ່າງຫວຽດນາມ - ອຽກລັງ ທີ່ມີມາເປັນເວລາ 20 ປີ, ໄດ້ຮັບການສ້າງຕັ້ງ ແລະ ພັດທະນາ ບົນພື້ນຖານການພົວພັນມິດຕະພາບ, ການຮ່ວມມື ແລະ ບັນລຸໄດ້ບັນດາຜົນງານສຳຄັນຫຼາຍຢ່າງໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນໃນສະພາບທີ່ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ໃນນັ້ນອຽກລັງ ເປັນສະມາຊິກໃກ້ຈະໄດ້ຮັບການລົງນາມ ແລະ ປະຕິບັດ. ຜ່ານນັ້ນໄດ້ນຳການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ ຈະມີບັນດາການເຄື່ອນໄຫວຕັ້ງໜ້າ ແລະ ແຮງໃນໄລຍະຕໍ່ໄປ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ສ່ວນທ່ານປະທານາທິບໍດີ Michael D.Higgins ຖືວ່າ, ອຽກລັງ ແລະ ຫວຽດນາມ ຕ້ອງມານະພະຍາຍາມປັບປຸງການພົວພັນເພື່ອກ້າວໄປເຖິງອະນາຄົດຢ່າງໝັ້ນຄົງ.