ການພົວພັນລະຫວ່າງ ສິງກະໂປ - ຫວຽດນາມ ພັດທະນາຢ່າງໝັ້ນຄົງ ແລະ ປອດໄສ

ການພົວພັນລະຫວ່າງ ສິງກະໂປ - ຫວຽດນາມ ພັດທະນາຢ່າງໝັ້ນຄົງ ແລະ ປອດໄສ - ảnh 1
​ທ່ານ​ລັດຖະມົນ​ຕີ​ກາ​ນຕ່າງປະ​ເທດ​ສິງກະ​ໂປ
Aingapore K.Shanmugam
(ພາບ: singapolitics.sg)


(vovworld) - ​ການພົວພັນ​ລະຫວ່າງ​ສິງກະ​ໂປ - ຫວຽດນາມ ພວມພັດທະນາ​ຢ່າງ​ໝັ້ນຄົງ, ປອດ​ໄສ ​ແລະ​ ​ແມ່ນ​ການ​ພົວພັນ​ທີ່​ໃກ້ຊິດ​ສະໜິດສະໜົມ​ໃນ​ອາ​ຊຽນ. ນີ້​ແມ່ນ​ຄ​ຳຢືນຢັນ​ຂອງ​ທ່ານ​ລັດຖະມົນ​ຕີ​ກາ​ນຕ່າງປະ​ເທດ​ສິງກະ​ໂປ Aingapore K.Shanmugam ​ໃນ​ການ​ຕອບ​ສຳພາດຕໍ່​ນັກ​ຂ່າວ ​ຂ່າວສານ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ສິງກະ​​ໂປ (01/08/1973 – 01/08/2013). ກ່ຽວ​ກັບ​ທິດ​ທາງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສິງກະ​​ໂປ - ຫວຽດນາມ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ Shanmugam ​ໃຫ້​ຮູ້​ວ່າ ການ​ພັດທະນາ​​ການ​ພົວພັນ​ປະຊາຊົນ, ການ​ເມືອງ ​ແລະ ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ໃນ​ ປະຈຸ​ບັນ ​ແມ່ນ​ພື້ນຖານ​ທີ່​ເໝາະ​ສົມ, ສ້າງ​ຂອບ​ເຂດ​ໃຫ້ 2 ປະ​ເທດ​ຍົກ​ສູງ​ການ​ພົວພັນ​ຂຶ້ນ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຕາມທ່ານລັດຖະມົນ​ຕີ​ການ​ຕ່າງປະ​ເທດ Shanmugam ​ແລ້ວ ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ລວມ​ແມ່ນ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ສິງກະ​ໂປ ​ແລະ ຫວຽດນາມ ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ 3 ​ເສົ້າ​ຄ້ຳ​ຕົ້ນ​ຕໍ່​ຄື: ​ເສດຖະກິດ, ການ​ເມືອງ, ສັງຄົມ ​ແລະ ວັດທະນະທຳ.
ຂ່າວ/ບົດ​ອື່ນ