ການພົວພັນຫວຽດນາມ-ອິນເດຍພັດທະນາຢ່າງແຮງ

ການພົວພັນຫວຽດນາມ-ອິນເດຍພັດທະນາຢ່າງແຮງ - ảnh 1
ກອງປະຊຸມສຳມະນາການຄ້າ - ການລົງທຶນ ຫວຽດນາມ - ອິນເດຍ
(ພາບ: TTXVN)

(vovworld) – ການ​ຢ້ຽມຢາມ​ຂອງ​ທ່ານນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Sushma Swaraj ​ເຖິງ ຫວຽດນາມ ​ແຕ່​ວັນ​ທີ 25 – 26/8 ຈະ​ເພີ່ມ​ກຳລັງ​ໜູນ​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່ພວມ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ເດຍ ຫງວຽນ​ແທງ​ເຕີນ, ​ໄດ້ຕອບ​ສຳ​ພາດ​​ບັນນາທິການ​ໃຫຍ່​ສື່​ເອ​ເລກ​ໂຕ​ນິກ “India Writes Network” Manish Chan ກ່ຽວ​ກັບ​ການ​ພົວພັນ ອິນ​ເດຍ - ຫວຽດນາມ, ກໍ່​ຄື​ບົດບາດ​ຂອງ ອິນ​ເດຍ ​ໃນ​ພາກ​ພື້ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ແທງ​ເຕີນ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຂອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ Swaraj ສຳຄັນ​ທີ່​ສຸດ ຍ້ອນ​ວ່າ​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທ່ານ​ນາງ​ມາ ຫວຽດນາມ ພາຍຫຼັງ​ລັດຖະບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່ ອິນ​ເດຍ. ນີ້​ແມ່ນ​ການ​ຢັ້ງຢືນ​ນະ​ໂຍບາຍ​ຂອງ ອິນ​ເດຍ ສຳລັບ ຫວຽດນາມ - ​​ແມ່ນ​ເພື່ອນ​ມິດ​ທີ່​ດີ ​ແລະ ມີ​ການ​ຕິດ​ພັນ​ຢ່າ​ງໝັ້ນຄົງ​ນັບ​ແຕ່​ເມື່ອ 2 ປະ​ເທດ​ຍາດ​ໄດ້​ເອກະລາດ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຕີນ ​ແລ້ວ, ທັງ ອິນ​ເດຍ ​ແລະ ຫວຽດນາມ ພວມ​ລ້ວນ​ແຕ່​ຮັກສາ​ສາຍ​ພົວພັນ​ຍຸດ​ທະ​ສາດ​ອັນ​ດີ​ງາມ.  

 


ຂ່າວ/ບົດ​ອື່ນ