ການພົວພັນຫວຽດນາມ - ຮຸງກາຣີ ນັບມື້ນັບ ພັດທະນາໃນຫຼາຍຂົງເຂດ

ການພົວພັນຫວຽດນາມ - ຮຸງກາຣີ ນັບມື້ນັບ ພັດທະນາໃນຫຼາຍຂົງເຂດ - ảnh 1
(ພາບປະກອບ)

​(vovworld) – ຕອນ​ບ່າຍ​ວັນ​ທີ 20/08, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ, ສະມາຄົມ​ມິດຕະພາບຫວຽດນາມ - ຮຸງ​ກາຣີ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາ​ປະ​ນາ​ຮຸງ​ກາຣີ (20/08). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານສາດສະດາ​ຈານ ​ເລ​ມິ​ງຈ໋ຽດ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຮຸງ​ກາຣີ ນະຄອນ​ໂຮ່ຈິ​ມິນ ​ແບ່ງປັນ​ວ່າ: ຫວຽດນາມ ​ແລະ ຮຸງ​ກາຣີ ​ເຖິງ​ວ່າ​ຫ່າງ​ໄກ​ດ້ານ​ພູມ​ສາດ​ກໍ່ຕາມ ​ແຕ່​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຮັກສາ ​ແລະ ພັດທະນາ​ໃນ​ກວ່າ 60 ປີຜ່ານມາ. ຍາມ​ໃດປະຊາຊົນ​ຫວຽດນາມ ​ກໍ່​ຈົດ​ຈຳ​ການ​ຊ່ວຍ​​ເຫຼືອ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງລັດຖະບານ ​ແລະ ​ປະຊາຊົນຮຸງ​ກາຣີ ທີ່​ສະ​ຫງວນ​ໃຫ້​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່​ສູ່​ອັນ​ຍາວ​ນານ, ປົດ​ປ່ອຍ​ຊາດ ​ແລະ ພັດທະນາ​ປະ​ເທດ​ພາຍຫຼັງ​ສົງ​ຄາມ​ຄືນ​ໃໝ່. ຕາມ​ທ່ານສາດສະດາ​ຈານ ​ເລ​ມິ​ງຈ໋ຽດ ​ແລ້ວ, ​ໃນ​ປະຈຸ​ບັນ, 2 ປະ​ເທດ​ພວມ​ພ້ອມ​ກັນ​ເປີດ​ໄລຍະ​ໃໝ່​ໃນ​​ໄລຍະ​ຮ່ວມ​ມື​ຂຶ້ນ​ກັບ​ຫຼາຍ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ. ປະຈຸ​ບັນ ຮຸງ​ກາຣີ ມີ 11 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ. ​ແຕ່ລະ​ປີ, ຮຸງ​ກາຣີ ​ໄດ້​ສະຫງວນ ​50 ທຶນ​ສຶກສາ ​ໃຫ້​ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄວ້າ​ຫວຽດນາມ ​ແລະ ສືບ​ຕໍ່​ນຳ​ຫວຽດນາມ ​ເຂົ້າ​ບັນຊີລາຍ​ຊື່​ບັນດາ​ປະ​ເທດ​​ບຸລິມະສິດ​ໄດ້​ຮັບອຸປະຖຳ​ພັດທະນາ ODA.

ຂ່າວ/ບົດ​ອື່ນ