ການຢ້ຽມຢາມຫວຽດນາມຂອງຮອງປະທານສະພາແຫ່ງຊາດຝລັ່ງຈະປະກອບສ່ວນຮັດແໜ້ນການພົວພັນ2ປະເທດ

ການຢ້ຽມຢາມຫວຽດນາມຂອງຮອງປະທານສະພາແຫ່ງຊາດຝລັ່ງຈະປະກອບສ່ວນຮັດແໜ້ນການພົວພັນ2ປະເທດ - ảnh 1
(ທ່ານ Pascal Deguilhem, ປະທານ​ກຸ່ມ​ສະມາຊິກ​
ສະພາແຫ່ງ​ຊາດ​ມິດຕະພາບ​ຝລັ່ງ - ຫວຽດນາມ)


(vovworld) - ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຝລັ່ງຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນລະຫວ່າງ 2​ ປະ​ເທດ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Pascal Deguilhem, ປະທານ​ກຸ່ມ​ສະມາຊິກ​ສະພາແຫ່ງ​ຊາດ​ມິດຕະພາບ​ຝລັ່ງ - ຫວຽດນາມ ຂອງ​ສະພາ​ແຫ່ງ​ຊາດ​ຝັ່ງ, ​ໃນ​ການ​ຕອບ​ສຳພາດ​ບັນດາ​ອົງການ​ສ່ື​ມວນ​ຊົນ​ຫວຽດນາມ ປະຈຳ​ປາຣີ ຫວ່າງ​ມໍ່ໆ​ມາ​ນີ້, ​ເນື່ອງ​ໃນ​ໂອກາດ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝລັ່ງ Claude Bartolone ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 18 – 21/03. ຕາມ​ທ່າ​ນ Pascal Deguilhem ​ແລ້ວ, ການ​ຢ້ຽມຢາມ ຫວຽດນາມ ຂອງ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຝລັ່ງ ຄັ້ງນີ້ ​ແມ່ນ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ແມ່ນ​ໂອກາດ​ເພື່ອ​ຊຸກຍູ້ການ​ພົວພັນ 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຄົມມະນາຄົມ, ພະລັງງານ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ທ່ານ Pascal Deguilhem ກ່າວ​ວ່າ.

        “ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງປະທານາ​ທິບໍດີ​ຝລັ່ງ ​ໄດ້​ຮັບ​ຄວາມ​ລໍຄອຍ​ມາ​ແຕ່​ດົນ​ນານ ​ແລະ ຈຳ​ເປັນ​ທີ່​ສຸດ. ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ຢືນຢັນ​ຄືນ​ໃໝ່ ​ແລະ ​ສືບ​ຕໍ່​ປັບປຸງ​ຢ່າງ​ຕໍ່​ເນື່ອງ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ, ສ້າງ​ບາດ​ກ້າວບຸກທະລຸ ດ້ວຍ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຜູ້ນຳ​ຝລັ່ງ, ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ…”

ຂ່າວ/ບົດ​ອື່ນ