ປະທານາທິບໍດີ Brack Obama ແລະ ພັນລະຍາ ຕ້ອນຮັບປະທານປະເທດ
ເຈືອງເຕີນຊາງພ້ອມດ້ວຍພັນລະຍາເມື່ອເຂົ້າຮ່ວມ APEC 2011
ພາບ: internet
|
(vovworld)-ວັນທີ 23/7, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຫ່ງລັດຫວຽດນາມ ໄດ້ອອກຈາກ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີອາເມລິກາ Brack Obama. ຕາມແຜນການ ໃນໄລຍະຢ້ຽມຢາມອາເມລິກາ ແຕ່ວັນທີ 24-26/7, ທ່ານປະທານປະເທດ ເຕືອງເຕີນຊາງ ຈະເຈລະຈາ, ແລກປ່ຽນຄຳເຫັນກັບການນຳ, ສະພາແຫ່ງຊາດອາເມລິກາ, ພົບປະກັບວົງການການເມືອງ, ວິສາຫະກິດ, ນັກຮຽນຮູ້, ເພື່ອນມິດ, ການນຳອົງການສາກົນຈຳນວນຫນຶ່ງ ແລະ ວົງຄະນາຍາດຊາວຫວຽດນາມອາໄສຢູ່ ອາເມລິກາ. ບັນດາສະມາຊິກໃນຄະນະຜູ້ແທນຫວຽດນາມ ຈະພົບປະແລກປ່ຽນກັບຜູ້ຕາງຫນ້າບັນດາອົງການຄູ່ຮ່ວມມື ເພື່ອຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ການຢ້ຽມຢາມອາເມລິກາຂອງທ່ານປະທານປະເທດເຈືອງເຕີນຊາງ ແມ່ນເຫດການພິເສດໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫລວງ ວໍຊິງຕັນໃນວັນທີ 22/7, ທ່ານ Daniel Rusel ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ຢືນຢັນຄືດັ່ງກ່າວ. ທ່ານຖືວ່າ: ຫວຽດນາມ ແມ່ນປະເທດສຳຄັນຢູ່ອາຊີຕາເວັນອອກສຽງໃຕ້, ການຢ້ຽມຢາມແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງປະເທດກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ນີ້ກໍແມ່ນໂອກາດເພື່ອໃຫ້ອາເມລິກາ ເພີ່ມທະວີການຮ່ວມມືກັບ ອາຊຽນ.