ການຢ້ຽມຢາມ3ປະເທດເອີລົບຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນປະສົບຜົນສຳເລັດຢ່າງຈົບງາມ


ການຢ້ຽມຢາມ3ປະເທດເອີລົບຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນປະສົບຜົນສຳເລັດຢ່າງຈົບງາມ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກີມ​ເງິນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັກ​ໂກ   Bohuslav Sobotka

(vovworld)- ຕອນ​ເຊົ້າ​ວັນ​ທີ 15/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກີມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ 3 ປະ​ເທດ ເອີ​ລົບ​ຄື: ຊູ​ແອ, ຮຸງ​ກາ​ຣີ ແລະ ສ​ເຊັກ​ໂກ ຢ່າງ​ຈົບ​ງາມ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ສິ່ງ​ແວ​ດ​ລ້ອມ, ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ 3 ປະ​ເທດ​ສະ​ຫ​ນັບ​ສະ​ຫ​ນູນ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ ໂດຍ​ໄວ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ທ່ານ ຫງວຽນ​ວັນ​ເຢົາ, ຫົວ​ຫ​ນ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສ​ະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:

        “ທ່ານປະ​ທານ​ສະ​ພ​າ​ແຫ່ງ​ຊາດ ທັງ​ສອງ​ກໍ​ຄື​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ຂັ້ນ​ສູງ​ຂອງ ຊູ​ແອດ ລ້ວນ​ແຕ່​ຕີ​ລາ​ຄາ​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ ມີ​ການ​ພັດ​ທະ​ນາ​ແຕ່ບໍ່​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ແລະ ສອງ​ປະ​ເທດ​ລ້ວນ​ແຕ່​ປາດ​ຖະ​ຫ​ນາ​ຢາກ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຂອງ ຊູ​ແອດ ລ້ວນ​ແຕ່​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ໃນ​ເກືອບ 2 ທົດ​ສະ​ວັດ​ຜ່ານ​ມາ.”

ຈຸດ​ເດັ່ນ​ໃນ​ການ​ຢ້ຽ​ມ​ຢາມ ຮູງ​ກາ​ຣີ ຂອງ​​ທ່ານ​ນາງປະ​ທານສ​ະ​ພາ​ແຫ່ງ​ຊາດຫງວຽນ​ທິ​ກີມ​ເງີນ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ ການ​ພົບ​ປະ​ສົນ​ທະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ການ​ຢ້ຽມ​ຢາມ 3 ປະ​ເທດ ເອີ​ລົບ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ແມ່ນ​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃຫມ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເວົ້າ​ລວມ ແລະ ຮັດ​ແຫ​ນ້ນ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ເວົ້າ​ສະ​ເພາະ. 


ຕອບກັບ

ຂ່າວ/ບົດ​ອື່ນ