ການລົງທຶນສ້າງຖັນແຖວປັນຍາຊົນແມ່ນການລົງທຶນໃຫ້ການພັດທະນາແບບຍືນຍົງ

ການລົງທຶນສ້າງຖັນແຖວປັນຍາຊົນແມ່ນການລົງທຶນໃຫ້ການພັດທະນາແບບຍືນຍົງ - ảnh 1
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່າວຄຳເຫັນ
ທີ່ກອງປະຊຸມໃຫຍ່)

(vovworld) – ​ ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/6, ຢູ່ ຮ່າ​​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນເກືອບ 600 ຄົນ ​ເຊິ່ງ​ແມ່ນ​ຜູ້​ຕາງໜ້າໃຫ້​ສະມາຊິກສະຫະພັນ 2,8 ລ້ານ​ຄົນ. ​ໃນ​ອາຍຸ​ການ 5 ປີ (2010-2015), ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ອຸດົມສົມບູນ, ມີ​ຫົວຄິດ​ປະດິດ​ສ້າງ, ​ໄດ້​ກາຍ​ເປັນ​ອົງການ​ຮັກສາ​ບົດບາດ​ສຳຄັນ​ໃນ​ການ​ເຕົ້າ​ໂຮມ, ສາມັກຄີ ​ແລະ ລະດົມ​ກຳລັງ​ໃຈ​ອ້າຍ​​ເອື້ອຍ​ນ້ອງ​ປັນຍາ​ຊົນ​ວິທະຍາສາດ ​ແລະ ​ເທັກ​ໂນ​ໂລ​ຊີເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ​ເພື່ອແກ້​ໄຂ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ເຖິງທີ່​ຕັ້ງບົດບາດສຳຄັນ​ຂອງ​ຖັນ​ແຖວ​ປັນຍາ​ຊົນ ​ແລະ ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ ​ໃນ​ວິວັດທະນາ​ການ​ສ້າງສາ ​ແລະ ພັດທະນາປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ:

    “ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ​ສ້າງ​ວິຊາ​ສະ​ເພາະ, ຈັນ​ຍາ​ບັນ​ປະກອບ​ອາຊີບ​ຂອງຖັນ​ແຖວ​ປັນ​ຍາ​ຊົນ, ພິ​ເສດ​ແມ່ນ​ປັນຍາ​ຊົນ​ໜຸ່ມ; ຖື​ເປັນ​ສຳຄັນ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ​ເຊີດ​ຊູ​ບັນດາ​ຜູ້​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້​ບັນດາ​ການ​ພົວພັນ​ສະໜິດ​ຕິດ​ພັນ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ​ກັບ​ປັນຍາ​ຊົນ​; ລະຫວ່າງ​ປັນຍາ​ຊົນ​ກັບ​ພັກ, ລັດ ​ແລະ ປະຊາຊົນ ເລິກ​ເຊິ່ງກ່ວາ​ອີກ; ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາສາມັກຄີທົ່ວ​ປວງ​ຊົນ​ບົນ​ພື້ນຖານ​ສະຫະພັນ​ກຳມະກອນ-​ກະ​ສິກ​ອນ-ປັນຍາ​ຊົນ. ຮີບ​​ເຮັ່ງກໍ່ສ້າງ, ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​ຢ່າງ​ມີ​ປະສິດທິ​ຜົນ”.

ຂ່າວ/ບົດ​ອື່ນ