ການລົງປະຊາມະຕິປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ

ການລົງປະຊາມະຕິປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ - ảnh 1

ການລົງປະຊາມະຕິແນໃ່ສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ
(ພາບປະກອບອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 23/6, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ລົງ​ປະຊາ​ມະຕິ. ນີ້​ແມ່ນ​ຮ່າງ​ກົດໝາຍ​ສຳຄັນ​, ເປັນ​ຄັ້ງ​ທຳ​ອິດ​ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ. ກົດໝາຍ​ນີ້ຈະປະກອບສ່ວນ​ກໍ່ສ້າງ​ລັດ​​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມຫວຽດນາມ​ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

        ບັນດາ ສສຊ ​ໄດ້​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ນີ້, ​ແນ​ໃສ່​ຫັນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ, ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ຕ່າງໆ​ຂອງ​ລັດ, ສະ​ແດງ​ສິດ​ເປັນ​ເຈົ້າ​ໂດຍ​ກົງ​ຂອງ​ຕົນທີ່​ມີ​ຕໍ່​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ. ສສຊ ບາງ​ທ່ານ​ສະ​ເໜີ​ຄວນ​ກຳນົດ​ບັນດາ​ວຽກ​ງານ​ເຊິ່ງສະພາ​ແຫ່ງ​ຊາດ​ສາມາດ​ຕັດສິນ​ລົງ​ປະຊາ​ມະຕິຢ່າງ​ລະອຽດ, ຈະ​ແຈ້ງ​ກວ່າ. ທ່ານ​ນາງ ​ເຈິ່ນຮົ່ງທຳ໋, ສສຊ ນະຄອນ​ ​ເກິ່ນ​ເທີ, ຖື​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ຂໍ້​ກຳນົດ​ທີ່​ວ່າ, ການ​ລົງ​ປະຊາ​ມະຕິ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ. ຂ້າພະ​ເຈົ້າ​ຖື​ວ່າ, ມີ​ແຕ່​ບັນດາ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ລະດັບ​ຊາດ​ເທົ່າ​ນັ້ນຈຶ່ງລົງ​ປະຊາ​ມະຕິ, ສ່ວນ​ບັນດາ​ບັນຫາ​ທີ່​ມີ​ລັກະ​ນະ​ທ້ອງ​ຖີ່​ນ ຫຼື​ເຂດ​ ແມ່ນ​ນຳ​ໃຊ້​ຮູບ​ການ​ຮັບ​ເອົາ​ຄວາມ​ເຫັນ​ຈາກປະຊາຊົນ​ເທົ່າ​ນັ້ນ. ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີ​ສິດສະ​ເໜີ​ລົງ​ປະຊາ​ມະຕິ, ສິ່ງ​ດັ່ງກ່າວ​ຈະ​ສ້າງ​ຊ່ອງ​ຂໍ້​ມູນສຳຄັນ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຕົກລົງ​ບັນຫາ​ລົງ​ປະຊາ​ມະຕິ .“

 

ຂ່າວ/ບົດ​ອື່ນ