ການວາງລະເບີດຢູ່ພາກໃຕ້ຂອງໄທ
(ພາບ:viet.rfi.fr)
(vovworld) - ວັນທີ 1/3 ຢູ່ແຂວງນາຣາທິວັດ ທາງພາກໃຕ້ປະເທດໄທ, ໄດ້ເກີດເຫດລະເບີດແຕກ ຊື່ງເຮັດໃຫ້ 6 ຄົນຖືກບາດເຈັບ, ໃນນັ້ນມີນັກຮົບ 1 ຄົນ ແລະ ສາມັນຊົນ 5 ຄົນ. ຕຳຫຼວດທ້ອງຖິ່ນໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຢູ່ຕໍ່ໜ້າເຂດຕະຫຼາດຢູ່ນາຣາທິວັດ. ມີຊາວໜຸ່ມຄົນໜຶ່ງໄດ້ວາງລູກລະເບີດໃນລົດຈັກຈອດຢູ່ຫຼັງລົດຂອງກຳລັງປະຕິບັດໜ້າທີ່ພິເສດ. ລູກລະເບີດຖືກລະເບີດຂຶ້ນພາຍຫລັງນັ້ນພຽງ 5 ນາທີ່ເທົ່ານັ້ນ. ເຫດວາງລະເບີດເກີດຂຶ້ນພາຍຫຼັງເວລາບໍ່ຮອດ 24 ຊົ່ວໂມງທີ່ມີຄຳປະກາດຈັດການເຈລະຈາສັນຕິພາບລະຫວ່າງກຸ່ມທະຫານກະບົດແນວໂຮມປະຕິວັດແຫ່ງຊາດຢູ່ພາກໃຕ້ ແລະ ອຳນາດການປົກຄອງບາງກອກ ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວຢູ່ເຂດນີ້ໃນຕະຫຼອດ 9 ປີຜ່ານມາ ອັນໄດ້ເຮັດໃຫ້ 5500 ຄົນເສຍຊີວິດ ແລະ ກ່ວາ 9000 ຄົນໄດ້ຮັບບາດເຈັບ.