ການສົ່ງອອກເຂົ້າສານຂອງ ຫວຽດນາມ ເພີ່ມຂຶ້ນໃນລະດັບສະຖິຕິ ໃນເດືອນ 5/2012

ການສົ່ງອອກເຂົ້າສານຂອງ  ຫວຽດນາມ ເພີ່ມຂຶ້ນໃນລະດັບສະຖິຕິ ໃນເດືອນ 5/2012 - ảnh 1

ສັນຍາ​ສົ່ງ​ອອກ​ເຂົ້າສານ​ເພີ່ມ​ຂຶ້ນ

(ພາບ:dientu.chinhphu.vn)

( vovworld )- ກະຊວງອຸສາ​ຫະກຳການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 5/2012, ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ບັນລຸ​​ເກືອບ 790.000 ​ໂຕນ, ​ເພີ່ມ​ຂຶ້ນກ່ວາ 12% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ປະກອບສ່ວນ​ນຳ​ປະລິມານ​ເຂົ້າສານ​ສົ່ງ​ອອກ​ທັງ​ໝົດ​ຂອງ​ຫວຽດນາມ ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ​ບັນ​ລຸ 2,5 ລ້ານ​ໂຕນ. ຍ້ອນ​ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ເພີ່ມ​ຂຶ້ນ​ແຮງ​ໃນ​ສອງ​ເດືອ​ນຜ່ານ​ມາ ​ໄດ້​ຊ່ວຍ​ໃຫ້​ຫວຽ​ດນາມ​ສາມາດ​ບັນລຸ​ຈຸດໝາຍ​ສົ່ງ​ອອກ​ເຂົ້າສານ​ໃນ​ປະລິມານ 6,5 ລ້ານ​ໂຕນ​ໃນ​ປີ 2012 ນີ້​ໄດ້. ປີ​ນີ້, ຈີນ ກາຍ​ເປັນ​ຕະຫຼາດ​ນຳ​ເຂົ້າ​ເຂົ້າສານ​ຈາກ​ຫວຽດນາມ ຫຼາຍ​ກ່ວາ​ໝູ່ ດ້ວຍ​ປະລິມານ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ທົບ 4,4 ​ເທົ່າ


ຂ່າວ/ບົດ​ອື່ນ