ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຕ້ອນຮັບທ່ານ Steven Joyce
(ພາບ: VGP)
(vovworld) - ຕອນບ່າຍວັນທີ 5/8, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Steven Joyce, ລັດຖະມົນຕີວ່າການກະຊວງສຶກສາມະຫາວິທະຍາໄລ, ທັກສະ ແລະ ວີຊາຊີບ ນິວຊີແລນ. ພວມຢ້ຽມຢາມ ແລະ ເຮັດວຽກກັບກະຊວງການສຶກສາ ແລະ ບຳລຸງສ້າງ ກໍຄືບາງກະຊວງ, ຂະແໜງການອື່ນໆຂອງ ຫວຽດນາມ. ເມື່ອຕີລາຄາສູງການຢ້ຽມຢາມ ກໍຄືໝາກຜົນການເຮັດວຽກລະຫວ່າງລັດຖະມົນຕີກະຊວງການສຶກສາ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຖືວ່າ: ການຮ່ວມມືອັນດີງາມ ແລະ ມີປະສິດທິຜົນໃນຂົງເຂດນີ້ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ນິວຊີແລນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ນິວຊີແລນ ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ປັບປຸງຢ່າງບໍ່ຢຸດຢັ້ງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ເລິດເຊິ່ງກ່ວາອີກ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດແບບຍືນຍົງ, ຍາວນານ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ທັງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ຫວຽດນາມ ຊົມເຊີຍ ແລະ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ນິວຊີແລນຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນໄລຍະມາເຖິງ; ພ້ອມທັງ ສະເໜີ 2 ຝ່າຍສົມທົບກັນ ແລະ ກະກຽມເປັນຢ່າງດີ ເພື່ອໃຫ້ການຢ້ຽມຢາມປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະປຶກສາຫາລືກັບຝ່າຍ ນິວຊີແລນ ກ່ຽວກັບວິທີການຮ່ວມມືໃໝ່ ດ້ວຍຄາດໝາຍຊຸກຍູ້ການຮ່ວມມືແຮງກ່ວາອີກ ໃນບັນດາຂົງເຂດ ທີ່ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງຄື: ເສດຖະກິດ, ການຄ້າ, ການລົງທຶນ…