ການຮ່ວມມືສາກົນ ຍົກສູງກຳລັງຄວາມສາມາດສັນລະສູດອັດຖິຜູ້ເສຍຊີວິດໃນສົງຄາມ

(VOVWORLD) -ສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ຄະນະກຳມະການສາກົນກ່ຽວກັບຜູ້ຫາຍສາບສູນ (ICMP) ໄດ້ລົງນາມແຜນການຜັນຂະຫຍາຍຍົກສູງກຳລັງສັນລະສູດອັດຖິຜູ້ເສຍຊີວິດໃນສົງຄາມ.
ການຮ່ວມມືສາກົນ ຍົກສູງກຳລັງຄວາມສາມາດສັນລະສູດອັດຖິຜູ້ເສຍຊີວິດໃນສົງຄາມ - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 31 ຕຸລາ, ສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ຄະນະກຳມະການສາກົນກ່ຽວກັບຜູ້ຫາຍສາບສູນ (ICMP) ໄດ້ລົງນາມແຜນການຜັນຂະຫຍາຍຍົກສູງກຳລັງສັນລະສູດອັດຖິຜູ້ເສຍຊີວິດໃນສົງຄາມ.

        ກ່າວຄຳເຫັນທີ່ພິທີ, ທ່ານສາດສະດາຈານ, ປະລິນຍາເອກ ຈູຮ່ວາງຮ່າ, ຮອງຫົວໜ້າສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໃຫ້ຮູ້ວ່າ ສູນສັນລະສູດ AND ຂຶ້ນກັບສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຮັບກຳນົດຈາກບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ວ່າແມ່ນຫົວໜ່ວຍຕົ້ນຕໍໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມືສາກົນໃນຂົງເຂດສັນລະສູດອັດຖິຜູ້ເສຍຊີວິດໃນສົງຄາມ.

        ທ່ານຮອງສາດສະດາຈານ, ປະລິນຍາເອກ ຟິກວຽດຕຽນ, ຮອງຫົວໜ້າສະຖາບັນເຕັກໂນໂລຊີຊີວະສາດ ຕາງໜ້າໃຫ້ສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ທ່ານ Patrick White - ຫົວໜ້າຝ່າຍບໍລິຫານງານບັນດາໂຄງການຂອງ ICMP, ຕາງໜ້າໃຫ້ ICMP ໄດ້ລົງນາມໃນແຜນການຜັນຂະຫຍາຍ, ມີຜົນສັກສິດຮອດປີ 2024, ຢູ່ສູນສັນລະສູດ AND, ທີ່ບ້ານ ໂກເຢີຍ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ