ການຮ່ວມມືຫວຽດນາມ-ເຢັຍລະມັນບັນລຸຜົນງານຕັ້ງໜ້າຫຼາຍຢ່າງ

ການຮ່ວມມືຫວຽດນາມ-ເຢັຍລະມັນບັນລຸຜົນງານຕັ້ງໜ້າຫຼາຍຢ່າງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 5/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Boris Rhein, ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ສິລະ​ປະລັດ Hessen, ປະ​ເທດ​ເຢັຍລະ​ມັນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ຍາມ​ໃດ​ຫວຽດນາມ​ ກໍ່​ຖືກ​ານສຶກສາ ​ແລະ ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງລັດ Hessen ​​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຢືນຢັນ​ວ່າ, ຫວຽດນາມ​ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຢັຍລະ​ມັນ​ເວົ້າ​ລວມ ​ແລະ ວິ​ສາ​ຫະກິດລັດ Hessen ​ເວົ້າ​ສະ​ເພາະ ລົງທຶນ, ດຳ​ເນີນ​ທຸລກິດ​ຢູ່​ຫວຽດນາມ ​ແລະ​ ຫວັງ​ວ່າ ສະພາ​ແຫ່ງ​ຊາດ, ລັດຖະບານ ​ເຢັບລະ​ມັນ​ ກໍ່​ຄືລັດ Hessen ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ.

ສ່ວນ​ທ່ານ ລັດຖະມົນຕີ Boris Rhein  ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຫວຽດນາມ​ ຈະ​ສືບ​ຕໍ່​ພັດທະນາ ​ແລະ ບັນລຸ​ໄດ້ຜົນ​ງານ​ທາງ​ດ້ານ​ເສດຖະກິດ - ສັງຄົມ​ໃຫ້​ຫຼາຍ​ກວ່າ​ອີກ ​ແລະ ມີ​ຖັນ​ແຖວ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ລະດັບ​ສູງ​ໃນ​ອະນາຄົດ.

 

ຂ່າວ/ບົດ​ອື່ນ