ການເຄື່ອນໄຫວຂອງຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມຢູ່ລາວ
ທ່ານ ຫງວຽນດັງຕ໋ຽນ ແລະ ທ່ານ ບໍ່ແສງຄຳ ວົງດາລາ
(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 11/8, ຢູ່ນະຄອນຫລວງ ວຽງຈັນ,ປະເທດ ລາວ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານ ຫງວຽນດັງຕ໋ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ນຳໜ້າ, ມີການພົບປະກັບທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ ບໍ່ແສງຄຳ ວົງດາລາ. ຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ແຈ້ງໃຫ້ທ່ານລັດຖະມົນຕີ ບໍ່ແສງຄຳ ວົງດາລາ ຊາບ ກ່ຽວກັບເລື່ອງ 2 ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ ແລະ ລາວ ໄດ້ລົງນາມໃນສັນຍາຮ່ວມມືໄລຍະ 2016 – 2018. ທ່ານ ຫງວຽນດັງຕ໋ຽນ ໃຫ້ຄຳໝັ້ນສັນຍາວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ຈະສືບຕໍ່ຊ່ວຍເຫຼືອວິທະຍຸກະຈາຍສຽງແຫ່ງຊາດ ລາວ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 11/8, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ ລາວ.