ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢູ່ເງ້ອານ

(VOVWORLD) -ຕອນບ່າຍວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ໄດ້ໄປຖະຫວາຍທູບທຽນ ແລະ ວາງພວງມາລາທີ່ເຂດອະນຸສາວະລີ ທາງສາມແຍກ ດົງໂລກ, ແຂວງຮ່າຕິງ (ຫວຽດນາມ)

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຢູ່ເງ້ອານ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນ

ແລະ ວາງພວງມາລາທີ່ເຂດອະນຸສາວະລີ ທາງສາມແຍກ ດົງໂລກ)

ດຳເນີນພິທີຖະຫວາຍທູບທຽນ ແລະ ວາງພວງມາລາຢູ່ ເຂດອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ຊາວໜຸ່ມຕະລຸນບອນທົ່ວປະເທດ, ເຊິ່ງເປັນບ່ອນທີ່ຈົດຊື່ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຊາວໜຸ່ມຕະລຸມບອນໃນທົ່ວປະເທດ ກວ່າ 4,000 ຄົນ ແລະ ເຂດສຸສານນັກຮົບຍິງເສຍສະຫຼະຊີວິດເພື່ອຊາດຕະລຸມບອນເສຍສະຫຼະຊີວິດເພື່ອຊາດ 10 ຄົນ ທີ່ຖືກເສຍຫຼະຊີວິດຢ່າງອົງອາດກ້າຫານຢູ່ທາງສາມແຍກດົງໂລກ ໃນວັນທີ 14 ກໍລະກົດ 1968, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຕໍ່ສູ້ ແລະ ເສຍສະຫຼະຊີວິດອົງອາດກ້າຫານເພື່ອເອກະລາດ, ເສລີພາບ ຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ໄປຖະຫວາຍທູບທຽນ, ວາງພວງມາລາຢູ່ເຂດປູສະນີຍະສະຖານ ກິມລຽນ, ເມືອງນາມດານ, ແຂວງ ເງ້ອານ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ