ທ່ານນາງ ປະທານສະພາຕຳ່ ອົດສະຕາລີ Bronwny Bishop ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບ: Doãn Tấn/TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ທ່ານນາງ Bronwny Bishop, ປະທານສະພາຕຳ່ ອົດສະຕາລີ, ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາຕຳ່ ອົດສະຕາລີ, ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 14/9. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບທາງການຖືກຈັດຕັ້ງໃນຕອນບ່າຍວັນທີ 13/9, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຂອບອົກຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອຂອງສະພາແຫ່ງຊາດ, ລັດຖະບານ ອົດສະຕາລີ ທີ່ໄດ້ສະຫງວນໃຫ້ ຫວຽດນາມ, ພິເສດແມ່ນໃນການຮ່ວມມືລົງທຶນ, ພ້ອມທັງ ສະເໜີ 2 ຝ່າຍເພີ່ມທະວີການພົວພັນຮ່ວມມືຮອບດ້ານ, ຊຸກຍູ້ການແລກປ່ຽນການຄ້າ. ສຳລັບການຮ່ວມມືລັດຖະສະພາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືກັບສະພາແຫ່ງຊາດບັນດາປະເທດໃນໂລກ, ໃນນັ້ນມີອົດສະຕາລີ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີ: ສະພາແຫ່ງຊາດ 2 ປະເທດເພີ່ມທະວີການຮ່ວມມືເພື່ອຍົກສູງທີ່ຕັ້ງບົດບາດຂອງແຕ່ລະປະເທດບົນເວທີປາໄສພາກພື້ນ ແລະ ສາກົນ, ກໍ່ຄືມານະພະຍາຍາມພ້ອມກັນກໍ່ສ້າງພາກພື້ນ ອາຊີ - ປາຊິຟິກ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.
ສ່ວນທ່ານນາງ Bronwny Bishop ຫວັງວ່າ ສະພາແຫ່ງຊາດ 2 ປະເທດຈະເພີ່ມທະວີການແລກປ່ຽນບົດຮຽນນິຕິບັນຍັດ, ຕິດຕາມກວດກາ, ກໍ່ຄືບົດຮຽນໃນການພັດທະນາ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. 2 ຝ່າຍສຳລັບສະໜັບສະໜູນ, ຊ່ວຍເຫຼືອກັນບົນເວທີປາໄສລັດຖະສະພາໂລກ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ເຊື້ອເຊີນທ່ານນາງ ປະທານສະພາຕຳ່ ອົດສະຕາລີ ເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາໂລກຄັ້ງທີ 132 ຢູ່ຮ່າໂນ້ຍ ໃນປີ 2015.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Bronwyn Bishop, ປະທານສະພາຕຳ່ອົດສະຕາລີ. ທ່ານນາງ Bronwyn Bishop ໄດ້ຕີລາຄາສູງການພັດທະນາສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ຕາມຈິດໃຈພົວພັນຄູ່ຮ່ວມມືຮອບດ້ານ; ແລະ ຫວັງວ່າບົນພື້ນຖານການພົວພັນທາງດ້ານການເມືອງທີ່ດີງາມ, ສອງປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າຢ່າງແຮງໃຫ້ເໝາະສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງສອງປະເທດ. ສ່ວນ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ສະເໜີອົດສະຕາລີ ສ້າງເງື່ອນໄຂໃຫ້ບັນດາບໍລິສັດຂອງຫວຽດນາມ ຮ່ວມມືຫຼາຍກວ່າອີກກັບບັນດາບໍລິສັດຂອງອົດສະຕາລີ, ພິເສດແມ່ນໃນຂົງເຂດຂຸດຄົ້ນບໍ່ແຮ່, ສ້າງເງື່ອນໄຂໃຫ້ສິນຄ້າຫວຽດນາມ ໄດ້ສຳພັດກັບຕະຫຼາດອົດສະຕາລີ. ທ່ານກໍ່ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນທັດສະນະຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ຕອນບ່າຍວັນທີ 14/9 , ທ່ານນາງປະທານສະພາຕຳ່ ອົດສະຕາລີ Bromwny Bishop ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ.