ການເຄື່ອນໄຫວຂອງ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU)

(VOVWORLD) - ກໍ່ຢູ່ນອກກອງປະຊຸມສະຫະພັນລັດຖະສະພາສາກົນ IPU – 138 ຢູ່ ເຊີແນວ, ປະເທດ ສະວິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva.

ຕອນເຊົ້າວັນທີ 25 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມີບົດກ່າວປາໄສ ສຳຄັນທີ່ວາລະປະຊຸມຄົບຄະນະຂອງສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຢູ່ ເຊີແນວ, ປະເທດ ສະວິດ, ດ້ວຍຫົວຂໍ້ “ມາດຕະການນະໂຍບາຍເພື່ອແນໃສ່ເພີ່ມທະວີກົນໄກທົ່ວໂລກ ກ່ຽວກັບຊາວອົບພະຍົບ ແລະ ຜູ້ລີ້ໄພ”.

ການເຄື່ອນໄຫວຂອງ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) - ảnh 1 ຄະນະຜູ້ແທນ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ IPU

        ໃນບົດກ່າວປາໄສຂອງຕົນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ IPU ແມ່ນອົງການສະຫະພັນລັດຖະສະພາໃຫຍ່ທີ່ສຸດໃນປະຈຸບັນ, ຄວນສືບຕໍ່ສວມບົດບາດນຳໜ້າໃນຄວາມມານະພະຍາຍາມຊຸກຍູ້ການຮ່ວມມືເພື່ອການພັດທະນາລະຫວ່າງປະເທດຕ່າງໆ. ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ໂດຍເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຫວຽດນາມ ພ້ອມແລ້ວ ແລະ ຕັ້ງໜ້າເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມຂອງທົ່ວໂລກໃນການແກ້ໄຂບັນຫາຊາວອົບພະຍົບໃຫ້ເໝາະສົມກັບລະດັບການພັດທະນາ, ກົດໝາຍແຫ່ງຊາດ ແລະ ບັນດາສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ. ໃນນັ້ນ, ເລື່ອງສ້າງຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສປຊ, ໄດ້ສະແດງຈິດໃຈຄວາມຮັບຜິດຊອບຂອງຕົນໃນການເປັນເຈົ້າການເຂົ້າຮ່ວມ ກໍ່ຄືປະຕິບັດຄຳໝັ້ນສັນຍາ ແລະ ບັນດາໂຄງການ, ການເຄື່ອນໄຫວຂອງ ສປຊ, ພິເສດແມ່ນໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ພ້ອມທັງສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງປະເທດຊາດ.”

        ກໍ່ຢູ່ນອກກອງປະຊຸມສະຫະພັນລັດຖະສະພາສາກົນ IPU – 138 ຢູ່ ເຊີແນວ, ປະເທດ ສະວິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva.

        ແລະກໍ່ໃນຕອນຄ່ຳວັນທີ 25 ມີນາ, ທ່ານເລຂາທິການໃຫຍ່ IPU Martin Chungong ໄດ້ພົບປະ ແລະ ເຮັດວຽກກັບປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ທ່ານເລຂາທິການໃຫຍ່ IPU Martin Chungong  ສະແດງຄວາມຍິນດີຕ້ອນຮັບທ່ານນາງ ຫງວຽນທິກິມເງິນ ທີ່ໄດ້ໄປ ສະວິດ ເຂົ້າຮ່ວມກອງປະຊຸມ IPU – 138 ແລະ ໄດ້ຕີລາຄາສູງບົດບາດຕັ້ງໜ້າຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໃນການເຂົ້າຮ່ວມບັນດາເຫດການຂອງ IPU ຢ່າງຄົບຖ້ວນ, ສະແດງໃຫ້ເຫັນບົດບາດຂອງການເປັນສະມາຊິກຕັ້ງໜ້າໃນ IPU.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ຕີ                                                  ລາຄາສູງທ່ານ ທ່ານເລຂາທິການໃຫຍ່ IPU Martin Chungong ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື, ໜູນຊ່ວຍ UNDP ຢູ່ ຫວຽດນາມ ກໍ່ຄື ສະພາແຫ່ງຊາດ ຫວຽດນາມ ໃນການປະຕິບັດບັນດາໜ້າທີ່ລະອຽດເພື່ອແນະນຳບັນດາວິທີການຕີລາຄາເອງໃນການປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງເຖິງບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ