(vovworld) – ຕອນເຊົ້າວັນທີ 30/01, ມີລົດຂົນສົ່ງຜູ້ໂດຍສານເກືອບ 60 ຄັນ ເລີ່ມເດີນທາງຈາກຫໍວັດທະນະທຳຊາວໜຸ່ມນະຄອນໂຮ່ຈິມິນ, ສົ່ງນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກນັບພັນຄົນ ກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດ ພ້ອມກັບຄອບຄົວ. ລາຍການ ໄດ້ອຸປະຖຳ 5.000 ປີ້ລົດ ໃຫ້ນັກສຶກສາ, ກຳມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ, ຄົນພິການຈາກຮ່າໂນ້ຍ, ດ່ານັ້ງ, ນະຄອນໂຮ່ຈິມິນກັບເມືອບ້ານເກີດເມືອງນອນຕ້ອນຮັບບຸນເຕັດພ້ອມກັບຄອບຄົວ.
ວັນທີ 29/01, ສະຫະພັນກຳມະບານບາງແຂວງ, ນະຄອນໄດ້ຈັດລາຍການ “ບຸນເຕັດເຕົ້າໂຮມພ້ອມກັບຄອບຄົວ 2016”, ໃຫ້ກຳມະກອນຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ. ໄລ່ມາຮອດປະຈຸບັນ, ສະຫະພັນກຳມະບານຂອງກວ່າ 30 ແຂວງນະຄອນ ໄດ້ຈັດຕັ້ງລາຍການດັ່ງກ່າວ, ສ່ວນບັນດາແຂວງຍັງເຫຼືອຈະສືບຕໍ່ຈັດຕັ້ງຮອດວັນທີ 29/12 ໄລ່ຕາມຈັນທະປະຕິທິນ.