(vovworld) – ໃນປະມານໜຶ່ງເດືອນມານີ້, ການເຄື່ອນໄຫວການຄ້າ, ສົ່ງອອກ - ນຳເຂົ້າຢູ່ດ່ານຊາຍແດນສາກົນ ລາວກາຍ (ເຊິ່ງແມ່ນດ່ານຊາຍແດນຕິດກັບຈີນ) ໄດ້ດຳເນີນໄປຢ່າງຟົດຟື້ນ. ເມື່ອທຽບໃສ່ເດືອນ 4/2014 ແລະ ໄລຍະດຽວກັນຂອງປີກ່າຍ, ຍອກຈຳນວນສິນຄ້າ, ວົງເງິນການຄ້າຜ່ານດ່ານຊາຍແດນນີ້ລ້ວນແຕ່ເພີ່ມຂຶ້ນ.
ຕາມຕົວເລກສະຖິຕິຂອງກົມພາສີ ດ່ານຊາຍແດນ ລາວກາຍ ແລ້ວ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າຍັງຄົງດຳເນີນໄປເປັນປົກກະຕິ. ທ່ານ ຫງວຽນກວຽດຖັ໋ງ, ຫົວໜ້າກົມພາສີ, ດ່ານຊາຍແດນ ລາວກາຍ, ໃຫ້ຮູ້ວ່າ:
“ວົງເງິນສົ່ງອອກ - ນຳເຂົ້າໃນເດືອນ 5 ເພີ່ມຂຶ້ນ 3% ເມື່ອທຽບກັບເດືອນ 4/2014. ໄລຍະຈະມາເຖິງ, ຜະລິດຕະພັນກະເສດບາງປະເທດຂອງ ຫວຽດນາມ ຈະກ້າວເຂົ້າສູ່ລະດູການເກັບກຽວ ດັ່ງນັ້ນວົງເງິນສົ່ງອອກຈະເພີ່ມຂຶ້ນ, ນອກນັ້ນ, ບັນດາວິສາຫະກິດ ຫວຽດນາມ ພວມມີຄວາມຕ້ອງການວັດຖຸດິບຮັບໃຊ້ການຜະລິດຄື: ຟຸນເຄມີ, ອຸປະກອນກົນຈັກ... ດັ່ງນັ້ນວົງເງິນຈະເພີ່ມຂຶ້ນໃນໄລຍະຈະມາເຖິງ. ກົມພາສີດ່ານຊາຍແດນ ລາວກາຍ ຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ສົ່ງອອກ - ນຳເຂົ້າ, ລົງທຶນໃນບໍລິເວນແຂວງ.”