ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດ2/9 - ảnh 1
(ທ່ານ​ນາຍົກລັດຖະມົນຕີ ສປປ ລາວ​ ທອງ​ສິງ ​ທຳ​ມະ​ວົງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 1/9, ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ນະຄອນ​ໂຮ່ຈີ​ມິນ ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນກັບ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​​ວັນ​ຊາດ 2/9 ​ແລະ ມອບ​ໃບ​ຍ້ອງຍໍ​ຂັ້ນ​ລັດ​ໃຫ້​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

     ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ຫໍພິພິດ​ຕະພັນ​ປະຫວັດສາດ​ແຫ່ງ​ຊາດ ​ໄດ້​ໄຂ​ງານ​ວາງສະ​ແດງ “ປະຫວັດສາດ - ວັດທະນະທຳ​ຫວຽດນາມ“ ດ້ວຍ​ເກືອບ 300 ຮູບ​ພາບ, ​ເອກະສານ ທີ່​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ຫວຽດນາມ, ຜົນງານ​ດ້ານ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ວັນ​ເອກະລາດ, ​ເສລີພາບ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ.

        ຢູ່​ແຂວງ ​ເທື່ອ​ທຽນ​ເຫວ໋, ຕອນ​ເຊົ້າ​ວັນ​ທີ 1/9 ​ໄດ້​ໄຂ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ “ລຸງ​ໂຮ່ ກັບ​ພາກ​ໃຕ້, ພາກ​ໃຕ້​ກັບ​ລຸງ​ໂຮ່“. ດ້ວຍ 300 ​ເອກະສານ, ວັດຖຸ​ພັນ, ງານ​ວາງສະ​ແດງ​ໄດ້​ແນະນຳ 3 ​ເນື້ອ​ໃນ​ຕົ້ນຕໍ​ກ່ຽວ​ກັບ​ປະທານ ​ໂຮ່ຈີ​ມິນ ​ແລະ ຜົນງານ​ດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ, ​ເຕັກນິກ​ຂອງ​ບາງ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ.

    ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​​ວັນ​ຊາດຫວຽດນາມ 2/9. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ສປປ ລາວ​ ທອງ​ສິງ ​ທຳ​ມະ​ວົງ ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ອ້າຍ​ນ້ອງ, ປະຊາຊົນ​ຫວຽດນາມ ​ແມ່ນ​ປະຊາຊົນ​ວິລະ​ຊົນ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ.

 


(ທ່ານ​ນາຍົກລັດຖະມົນຕີ ສປປ ລາວ​ ທອງ​ສິງ ​ທຳ​ມະ​ວົງ)

ຂ່າວ/ບົດ​ອື່ນ