ການເຄື່ອນໄຫວສະເຫຼີມ ສະຫຼອງວັນປະທານ ໂຮ່ຈິມິນຮຽກຮ້ອງ ການແຂ່ງຂັນຮັກຊາດ

ການເຄື່ອນໄຫວສະເຫຼີມ ສະຫຼອງວັນປະທານ ໂຮ່ຈິມິນຮຽກຮ້ອງ ການແຂ່ງຂັນຮັກຊາດ - ảnh 1

(ພາບປະກອບ:baoapbac.vn)

(vovworld)- ຢູ່​ຫວຽດນາມ, ພວມ​ຈັດ​ການ​ເຄື່ອນໄຫວຕ່າງໆສະ​ເຫຼີມສະຫຼອງ 65 ປີ​ແຫ່ງວັນ​ປະທານ​ໂຮ່ຈິ​ມິນ​ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ-ວັນ​ມູນ​ເຊື້ອ​​ແຂ່ງຂັນ​ຮັກ​ຊາດ (11/6/1948-11/6/2013). ວັນ​ທີ 11/6, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ອອກ​ອາກາດ​ລາຍການ​ພິ​ເສດ​ກ່ຽວ​ກັບ​ຫົວ​ເລື່ອງ​ແຂ່ງຂັນ​ຮັກ​ຊາດ​ ຊື່​ງວາດ​ພາບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ກ່ອນ​ນີ້ 65 ປີ​ໂດຍ​ປະທານ​ໂຮ່ຈິ​ມິນ ລິ​ເລີ່​ມ, ​ຍົກ​ສູງຄວາມໝາຍ, ຄຸນ​ປະ​ໂຫຍ​ດອັນ​​ໃຫ່ຍຫຼວງຂອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ເຊິ​ງ​ໄດ້​ປະກອບສ່ວນ​ສ້າງດປັນປະຫວັດສາດ​ຂອງຍຸກ​ສະ​ໄໝ​ໂຮ່ຈິ​ມິນ. ​ໃນ​ລາຍການ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຄັດ​ສະ​ເໜີ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ, ປະທານ​ສະພາ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ, ຊື່​ງຮຽກຮ້ອງ​ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ປະຕິບັດ​ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ​ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ​​ເປັນ​ຢ່າ​ງດີ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາ​ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ, ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ໝາກຜົນ​ຂອງ​ວຽກ​ງານ​ແຂ່ງຂັນ​ຮັກ​ຊາດ, ຕ້ອງ​ພິຈາລະນາ​ຢ່າງ​ແໜ້ນ​ແຟ້ນ, ຊັດ​ເຈນ ​ແລະ ຍ້ອງຍໍໂດຍ​ທັນ​ທີ່. ​ເອົາ​ໃຈໃສ່​​ເຖິງການ​ຍ້ອງຍໍ​ໂດ​ຍບັງ​ເອີນ ​ແລະ ຕາມ​ຫົວ​ເລື່ອງ, ລົງ​ເລິກ​ເຂົ້າພຶດຕິ​ກຳ​ຕົວ​ຈິງຫຼາຍກ່ວາ​ອີກ, ມີ​ບັນດາ​ຮູບ​ການ​ແທດ​ຈິງ​ເພື່ອ​ລະດົມ​ກຳລັງ​ໃຈ​ບັນດາ​ແບບຢ່າງ​ແຂ່ງຂັນ​ຮັກ​ຊາດນັ້ນຢ່າງ​ທັນ​ການ”.

ຕອນ​ເຊົ້າວັນ​ທີ 11/6, ຢູ່​ຮ່າ​ໂນ້ຍ, ຄະນະ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ ​ໄດ້​ຈັດການສະ​ເຫຼີມສະຫຼອງ 65 ປີ​ແຫ່ງວັນ​ປະທານ​ໂຮ່ຈິ​ມິນ​ ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ-ວັນ​ມູນ​ເຊື້ອ​​ແຂ່ງຂັນ​ຮັກ​ຊາດ  ​ແລະ ພົບ​ປະ​ສ້າງສັນ​ກັບ​ບັນດາ​ລຸ້ນປະຕິບັດ​ວຽກ​ງານແຂ່ງຂັນ​ຍ້ອງຍໍຜ່ານ​ແຕ່ລະ​ໄລຍະ.​ ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ ​ເນັ້ນໜັກ​ວ່າ:

   “​ແນວ​ຄິດ​ໂຮ່ຈິ​ມິນ ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ​ຈະ​ແມ່ນ​ຂໍ້​ກຸນ​ແຈ​ຕະຫຼອດ​ໄປ, ​ແມ່ນ​ແສງ​ສະຫວ່າງ​ນຳພາ​ພວກ​ເຮົາ​ກ່ຽວ​ກັບ​ວິທີ​ການຈັດຕັ້ງ, ຂົນຂວາ​ຍທຸກໆກຳລັງ​ເຂົ້າຮ່ວມ​ຂະ​ບວນການ​ແຂ່ງ​ຂັນ. ຖັນ​ແຖວ​ປະຕິບັດ​ວຽກ​ງານ​ແຂ່ງຂັນ​ຕ້ອງ​ຮູ້ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ເປັນ​ປະຈຳ, ​ແທດ​ຈິງ, ຮູ້​ນຳ​ໃຊ້​ວິທີ​ການ​ປຸກລະດົມ​ຈັດຕັ້ງການ​ແຂ່ງຂັນ​ສັງຄົມ​ນິຍົມຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ສືບ​ຕໍ່​ຂົນຂວາຍ​ເພີ່ມ​ເຕີ່​ມ, ພັດທະນາ​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ ກ່ຽວ​ກັບ​ການ​ແຂ່ງຂັນ​ຮັກ​ຊາດ​ໃນ​ສະພາບ​ການ​ໃໝ່”.

 

ການເຄື່ອນໄຫວສະເຫຼີມ ສະຫຼອງວັນປະທານ ໂຮ່ຈິມິນຮຽກຮ້ອງ ການແຂ່ງຂັນຮັກຊາດ - ảnh 2

ເຊີດ​ຊູບັນດາ​ແບ​ບຢ່າງ​ທີ່​ລຽບ​ງ່າຍ​ແຕ່​ສູງ​ສົ່ງ

(ພາບປະກອບ:petrotimes.vn)

  ພິທີ​ມອບ​ລາງວັນ​ໃນ​ການ​ເສັງ​ຂຽນ​ກ່ຽວ​ກັບ “ບັນດາ​ແບ​ບຢ່າງ​ທີ່​ລຽບ​ງ່າຍ​ແຕ່​ສູງ​ສົ່ງ” ຄັ້ງທີ 4 ​ແລະ ລາຍການ​ພົບ​ປະ​ແລກປ່ຽນ ສະ​ແດງ​ສີລະ​ປະ “ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ລຸງ​ໂຮ່” ​ໃນ​ໂອກາດ​ວັນມູນ​ເຊື້ອ​ແຂ່ງຂັນ​ຮັກ​ຊາດ ​ເຊິ່ງ​ດຳ​ເນີນ​ໄປ​ເມື່ອ​ຕອນ​ຄ່ຳວັນ​ທີ 10/6 ​ຢູ່​ຫໍພິພິຕະພັນ​ໂຮ່ຈິ​ມິນ. ຄະນະ​ຈັດຕັ້ງ​ໃຫ້​ຮູ້​ວ່າ: ​ໄດ້​ຮັບ​ນັບ​ຮ້ອຍ​ບົດ​ຂຽນ​ກ່ຽວ​ກັບ​​ແບບຢ່າງ​ດີ​ເດັ່ນ​ໃນ​​ຂົງ​ເຂດ​ຕ່າ​ງໆຂອງ​ຊີວິດ​ສັງຄົມ, ປະກອບສ່ວນ​ເຂົ້າພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດໂດຍ​ກົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫງວຽນ​ທ້ຽນ​ເຍິນ, ຮອງ​ນາຍົກລັດຖະມົນຕີຫວຽດນາມ ຖືວ່າ:

   “​ແຕ່ລະຄົນ​ທີ່​ລຽບ​ງ່າຍ​ຈົ່ງປະຕິບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ, ​​ເຖິງ​ວ່າເງື່ອນ​ໄຂ​ຍັງ​ຄື​ແນວ​ນັ້ນ​ແຕ່​ຕ້ອງ​ເສີມ​ຂະຫຍາຍ​​ໃຫ້ດີ​ກ່ວາ​ອີກ, ບັນລຸ​ປະສິດທິ​ຜົນ​ດີ​ກ່ວາ​ອີກ ​ແລະ ພວກ​ເຮົາຈະ​ຮ່ຳຮຽນ​ບັນດາ​ຜູ້​​ທີ່ໄດ້ມີ​ການປະກອບສ່ວນ​ຄື​ແນວ​ນັ້ນ. ບັນດາ​ຜູ້​ຂຽນ​ໄດ້​ປະກອບສ່ວນ​ເຜີ​ຍ​ແຜ່​ຄວາມ​ເຊື່ອໝັ້ນຕໍ່​ປະ​ເທດ​ຊາດ, ຕໍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ຕະຫຼອດ 83 ປີ​​ແຫ່ງນຳພາ”.

ຂ່າວ/ບົດ​ອື່ນ