ພາບເອກະສານ
|
(vovworld)- ວັນທີ 19/8, ຫວຽດນາມ ຈັດຕັ້ງສະເຫລີມສະຫລອງ 70 ປີແຫ່ງວັນປະຕິວັດເດືອນສິງຫາ. ກ່ອນນີ້ 70 ປີ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມີນ, ປະຊາຊົນໄດ້ລຸກຮຶ້ຂຶ້ນທຳການປະຕິວັດລົບລ້າງແອກຄອບຄອງ, ກົດຂີ່ຂູດຮີດໄຮ້ຍຸດຕິທຳຂອງລະບອບລ່າເມືອງຂຶ້ນ, ສັກດີນາ, ສ້າງເປັນການປະຕິວັດເດືອນສິງຫາປະຫວັດສາດ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ, ເປັນລັດປະຊາທິປະໄຕທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້.
ເນື່ອງໃນເຫດການປະຫວັດສາດສຳຄັນນີ້, ບັນດາຫນັງສືພິມໃຫຍ່ ສະບັບອອກໃນວັນທີ 19/8 ໄດ້ລົງພິມເນື້ອໃນສ່ວນຫລາຍກ່ຽວກັບການປະຕິວັດເດືອນສິງຫາປີ 1945. ໃນຫນ້າທຳອິດຂອງຫນັງສືພິມເຍີນເຢີນ(ກະບອກສຽງຂອງພັກກອມມູນິດຫວຽດນາມ) ໄດ້ລົງພິມຮູບພາບປະທານໂຮ່ຈິມີນ ແລະ ຂໍ້ສັງເກດຂອງເພີ່ນກ່ຽວກັບການປະຕິວັດເດືອນສິງຫາ ແມ່ນການຫັນປ່ຽນອັນຍິ່ງໃຫຍ່. ຫນັງສືພິມ ກວນໂດ້ຍເຍີນເຢີນ( ກະບອກສຽງຂອງກອງທັບປະຊາຊົນຫວຽດນາມ) ໄດ້ລົງພິມບົດນຳດ້ວຍຫົວຂໍ້ວ່າ: “ເສີມຂະຫຍາຍນ້ຳໃຈປະຕິວັດເດືອນສິງຫາ, ປະຕິບັດແນວທາງປ່ຽນແປງໃຫມ່ຢ່າງໝັ້ນຄົງ” ແລະ ບົດທີ່ມີຫົວຂໍ້ວ່າ: ບົດຮຽນກ່ຽວກັບການຍາດແຍ່ງກາລະໂອກາດ. ສ່ວນຫນັງສືພິມ ໄຊງ່ອນປົດປ່ອຍ ໄດ້ລົງພິມບົດດ້ວຍຫົວຂໍ້ວ່າ: ບົດຮຽນການປະຕິວັດເດືອນສິງຫາ” ໄດ້ຊີ້ແຈ້ງໄຊຊະນະຂອງການລຸກຮຶ້ຂຶ້ນຂະຫນາດໃຫຍ່ເດືອນສິງຫາປີ 1945 ແມ່ນການຢັ້ງຢືນບົດບາດ ແລະ ກຳລັງແຮງຂອງມະຫາຊົນ, ຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ບົດຮຽນການປະຕິວັດກ່ຽວກັບການລະດົມກຳລັງແຮງຂອງປະຊາຊົນທຸກຄົນ ຍັງຄົງຮັກສາຄຸນຄ່າດັ້ງເດີມໃນກິດຈະການປ່ຽນແປງໃຫມ່ປະຈຸບັນຂອງຫວຽດນາມ.
ເນື່ອງໃນໂອກາດນີ້ ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ໄດ້ຈັດການຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 70 ປີ ແຫ່ງວັນການປະຕິວັດເດືອນສິງຫາ. ຂະແຫນງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວ 100 ປະການທີ່ອຸດົມສົມບູນ, ດູດດື່ມ ເພື່ອເຊີດຊູມູນເຊື້ອປະຕິວັດທີ່ສະຫງ່າອົງອາດ ກໍຄື ໝາກຜົນຂອງກິດຈະການສ້າງສາປະເທດຫວຽດນາມ ເວົ້າລວມ ແລະ ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະໃນ 70 ປີຜ່ານມາ.