ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນບຸນຄຼິດສະມາດປີ 2017

(VOVWORLD) -ຕອນບ່າຍວັນທີ 23 ທັນວາ, ທ່ານ ໂງແຊກຖືກ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນສັງຄະລາດ ຫວູດີງຫ້ຽວ ພ້ອມກັບບັນດາຜູ້ຍົດສັກຕຳແຫນ່ງຢູ່ ເຂດຊາວຄຼິດ ບູ່ຍຈູ ແຂວງ ນາມດີ້ງ. 

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນບຸນຄຼິດສະມາດປີ 2017 - ảnh 1ບັນຍາກາດຕ້ອນຮັບບຸນຄຼິດສະມາດຢູ່ ໂບດ ດືກບ່າ 

ພາບ:Vietnam Finance

ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນໃຫ້ສັງຄະລາດ ຫວູດີງຫ້ຽວ, ບັນດາຜູ້ມີຍົດສັກຕຳແຫນ່ງ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ພ້ອມທັງຮັບຮູ້ການປະກອບສ່ວນຂອງພໍ່ແມ່ຊາວຄຼິດສຳລັບການພັດທະນາຂອງບ້ານເກີດເມືອງນອນຂອງປະເທດຊາດ.

ວັນທີ 24 ທັນວາ ຢູ່ ນະຄອນ ໂຮ່ຈິມີນ ແລະ ຢູ່ແຂວງ ດົງນາຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອຕ້ອນຮັບວັນບຸນຄຼິດສະມາດຢ່າງເບິກບານມ່ວນຊື່ນ.

ສ່ວນຢູ່ນະຄອນ ຟານທຽດ, ແຂວງ ບີງທ້ວນ ຊື່ງແມ່ນສະຖານທີ່ມີຊາວຄຼິດດຳລົງຊີວິດເປັນຈຳນວນຫລວງຫລາຍ, ເມື່ອຮອດຍາມບຸນຄຼິດສະມາດ ຢູ່ເຂດທີ່ພໍ່ແມ່ປະຊາຊົນຢູ່ເຂດຊາວຄຼິດດຳລົງຊີວິດ ລ້ວນແຕ່ໄດ້ຮັບການປະດັບປະດາໄຟແສງສີຢ່າງສວຍງາມ. 

ຕອບກັບ

ຂ່າວ/ບົດ​ອື່ນ