ການເຄື່ອນໄຫວຫາປາຢູ່ທະເລຕາເວັນອອກ, ຕ້ອງປະຕິບັດຕາມກົດໝາຍສາກົນ

ການເຄື່ອນໄຫວຫາປາຢູ່ທະເລຕາເວັນອອກ, ຕ້ອງປະຕິບັດຕາມກົດໝາຍສາກົນ - ảnh 1
( ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi )

(vovworld) -     ວັນ​ທີ 9/8, ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທີ່​ມີ​ຕໍ່ເລື່ອງ​ຫວ່າງ​ແລ້ວ​ນີ້​ນີ້, ຈີນ ​​ໄດ້ໃຫ້ກໍ່າ​ປັ່ນ​ຫາ​ປາ​ຫຼາຍ​ລຳ​ອອກ​ສູ່​​ ​ແລະ ກີດຂວາງ​ກໍ່າ​ປັ່ນຫາ​ປ​າຂອງ​​ປະ​ເທດ​ອື່ນໆ​ທີ່ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ຊີ້​ແຈງ​ວ່າ.

“ພວກ​ຂ້າພະ​ເຈົ້າ​ໄດ້​ຖື​ວ່າ ທຸກ​ການ​ເຄື່ອນ​ໄຫວ​ຂອງ​ຝ່າຍຕ່າງໆ​ທີ່ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຫາ​ປາຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ປະຕິບັດ​ຕາມກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍທະ​ເລປີ 1982,  ເໝາະ​ສົມກັບ​ຈິດ​ໃຈ​ຂໍ້​ກຳນົດການ​ປະ​ພຶດຂອງ​ຝ່າ​ຍຕ່າງໆ​ຢູ່ທະ​ເລຕາ​ເວັນ​ອອກ (DOC) ​ບົນ​ພື້ນຖານເຄົາລົບ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຂອງ​ບັນດາ​ປະ​ເທດ, ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບຢູ່ໃນ​ພາກ​ພື້ນ, ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທະ​ເລ”.

ຂ່າວ/ບົດ​ອື່ນ