ການເຈລະຈາລະຫວ່າງບັນດາປະເທດໃນກຸ່ມ
ສາກົນໜູນຊ່ວຍ ຊີຣີ (ISSG) ຢູ່ Vienna
(ພາບ: EPA/TTXVN)
(vovworld) - ການເຈລະຈາລະຫວ່າງບັນດາປະເທດໃນກຸ່ມສາກົນໜູນຊ່ວຍ ຊີຣີ (ISSG) ຢູ່ Vienna, ອົດຕາລິດ, ເພື່ອແນໃສ່ຢຸດຕິວິກິດການ ຊີຣີ ໄດ້ສິ້ນສຸດລົງ ຊຶ່ງບໍ່ບັນລຸໄດ້ບາດກ້າວບຸກທະລຸໃດໆ. ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ກອງປະຊຸມກຸ່ມປະຕິບັດງານກ່ຽວກັບບັນຫາ ຊີຣີ ໂດຍ 2 ທ່ານເປັນປະທານ ໄດ້ເຫັນດີເປັນເອກະພາບ ຊຸກຍູ້ຄຳສັ່ງຢຸດຍິງ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ແລະ ລັດເຊຍ ຍັງມີບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບວິທີການແກ້ໄຂວິກິດການ, ໃນຂະນະນັ້ນ ສະຫະປະຊາຊາດ ບໍ່ສາມາດຍົກອອກວັນເວລາ ເພື່ອຈັດຕັ້ງການເຈລະຈາຄັ້ງໃໝ່ເທື່ອ