ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການລະຫວ່າງຫວຽດນາມ - ອົດສະຕາລີ
(ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການ
ກະຊວງການຕ່າງປະເທດ - ປ້ອງກັນປະເທດຄັ້ງທີ 3)
(vovworld) - ວັນທີ 20/11, ຫວຽດນາມ - ອົດສະຕາລີ ຈັດຕັ້ງການເຈລະຈາຍຸດທະສາດຂັ້ນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ - ປ້ອງກັນປະເທດຄັ້ງທີ 3 ຢູ່ Canbera, ນະຄອນຫຼວງອົດສະຕາລີ. ຄະນະຜູ້ແທນຫວຽດນາມໂດຍທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໂຮ່ຊວນເຊີນ ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຫງວຽນຈີ໋ວິ້ງ ເປັນຫົວໜ້າຄະນະ. ສ່ວນຄະນະຜູ້ແທນອົດສະຕາລີ ໂດຍທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ Gikkian Bied ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ Peter Baxter ເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີຊຸກຍູ້ການຢ້ຽມຢາມ ແລະ ພົບປະຂັ້ນສູງ; ໃຫ້ບຸລິມາສິດແກ່ການເພີ່ມທະວີການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ການໜູນຊ່ວຍພັດທະນາ, ວິທະຍາສາດເຕັກໂນໂລຢີ, ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນໃນການຮັກສາຄວາມສາມັກຄີ, ເພີ່ມທະວີການຮ່ວມສຳພັນ, ກໍ່ສ້າງປະຊາຄົມອາຊຽນໃຫ້ສຳເລັດ. ສອງຝ່າຍແລກປ່ຽນກ່ຽວກັບສະພາບທະເລຕາເວັນອອກ ແລະ ເນັ້ນໜັກເຖິງຄວາມສຳຄັນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ແລະ ປະຕິບັດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ສອງຝ່າຍເຫັນດີຈະດຳເນີນກນເຈລະຈາຂັ້ນ ລັດຖະມົນຕີຊ່ວຍວ່າການ ຊ່ວຍວ່າການກະຊວງການຕ່າງປະເທດ - ປ້ອງກັນປະເທດຫວຽດນາມ - ອົດສະຕາລີ ຄັ້ງທີ 4 ໃນເວລາທີ່ເໝາະສົມໃນປີ 2015.