ການເຈລະຈາຢູ່ Minsk ບັນລຸໄດ້ຂໍ້ຕົກລົງຢຸດຍິງ

ການເຈລະຈາຢູ່ Minsk ບັນລຸໄດ້ຂໍ້ຕົກລົງຢຸດຍິງ - ảnh 1
ການ​ເຈ​ລະ​ຈາ​ຂັ້ນ​ສູງ​ຕາມ​ຮູບ​ການ “4 ຝ່າຍ Normandie”
(ພາບ: AFP/ TTXVN)

(vovworld) - ພາຍຫຼັງ​ເຈລະຈາ​ມາ​ເປັນ​ເວລາ 16 ຊົ່ວ​ໂມງ, ວັນ​ທີ 12/2, ການ​ນຳ 4 ປະ​ເທດ: ຢູ​ແກຼນ, ລັດ​ເຊຍ, ຝລັ່ງ ​ແລະ ​ເຢຍລະ​ມັນ ​ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ Minsk.

        ຖະ​ແຫຼ​ງການ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນການ​ເຈລະຈາ, ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໃຫ້​ຮູ້​ວ່າ, ບັນດາ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສັງ​ລວມ ​ແນ​ໃສ່​ບັນລຸ​ຂໍ້​ຕົກລົງ Minsk. ​ເອກະສານ​ຊີ້​ແຈ້ງວ່າ, ກອງ​ທັບ​ຢູ​ແກຼນ ຈະ​ຖອນ​ອາວຸດ​ອອກ​ຈາກ​​​ເຂດ​ຊາຍ​ແດນ​ໃນ​ປະຈຸ​ບັນ, ສ່ວນ​ທະຫານ​ລາດ Donbass ຈະ​ຖອນ​ອອກ​ຈາກ​ເຂດ​ຊາຍ​ແດນ​ຕາມ​ຂໍ້​ຕົກລົງ ວັນ​ທີ 19/9/2014 ຢູ່ Minsk.

        ຢູ່ Minsk, ປະທານາທິບໍດີ 3 ປະ​ເທດ: ລັດ​ເຊຍ, ຢູ​ແກຼນ, ຝລັ່ງ ​ແລະ ນາຍົກລັດຖະມົນຕີເຢຍລະ​ມັນ ​ໄດ້​ລົງ​ນາມ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ບັນຫາຢູ​ແກຼນ. ຈຸດ​ພົ້ນ​ເດັ່ນ​ໃນ​ຖະ​ແຫຼ​ງການ​ນີ້​ແມ່ນ​ການ​ນຳ​ບັນດາ​ປະ​ເທດ​ຢືນຢັນ​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຢູ​ແກຼນ. ມາດ​ຕະການ​ສັນຕິພາບ ​ແມ່ນ​ມາດ​ຕະການ​ແກ້​ໄຂ​ໜຶ່ງ​ດຽວ ​ໃຫ້​ແກ່​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້. ການ​ນຳ​ບັນດາ​ປະ​ເທດ​ສະໜັບສະໜູນ​ມາດ​ຕະການ​ສັງ​ລວມ​ເຊິ່ງກຸ່ມ​ພົບ​ປະ​ໄດ້​ລົງ​ນາມ​ໃນ​ວັນ​ດຽວ​ກັນ​ຢູ່ Minsk, ພ້ອມ​ທັງ​ຈະ​ປະກອບສ່ວນ ກໍ່​ຄື​ສົ່ງ​ຜົນ​ສະທ້ອນ​ຂອງ​ຕົນ​ເຖິງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ​ແນ​ໃສ່​ຮັບປະກັນ​ປະຕິບັດ​ບັນດາ​ມາດ​ຕະການ​ນີ້.


ຂ່າວ/ບົດ​ອື່ນ