ການເຈລະຈາລັດຖະມົນຕີການຊວງປ້ອງກັນປະເທດຈີນ-ອາເມລິກາ

ການເຈລະຈາລັດຖະມົນຕີການຊວງປ້ອງກັນປະເທດຈີນ-ອາເມລິກາ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ສາງ​ວານ​ແສວ​ນ ​ແລະຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Chuck Hagel
(ພາບ: AFP/TTXVN)

(vovworld) – ວັນ​ທີ 8/4, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ ສາງ​ວານ​ແສວ​ນ ​ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Chuck Hagel ທີ່​ພວມ​ຢູ່​ຢ້ຽມຢາມ ປັກ​ກິ​ງ, ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທີ່​ການ​ປະ​ຊຸມຂ່າວ​ຮ່ວມ​ພາຍຫຼັງ​ການ​ເຈລະຈາ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ​ ​ແລະ ​ອາ​ເມ​ລິ​ກາ ​ໄດ້​ປະກາດ​ວ່າ: 2 ຝ່າຍ​ບັນລຸ​ໄດ້​ການ​ຮັບ​ຮູ້​ລວມດ້ວຍ 7 ຂໍ້, ພ້ອມ​ທັງ​ຢືນຢັນວ່າ​ໃນ​ຂອບ​ເຂດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ການ​ພົວພັນ​ປະ​ເທດໃຫຍ່​ແບບ​ໃໝ່ ຈີນ - ອາ​ເມ​ລິກາ, ການ​ຢ້ຽມຢາມ ຈີນ ຄັ້ງ​ນີ້​ຂອງ​ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ຝ່າຍ ​ແລະ ຊຸກຍູ້​ກໍ່ສ້າງ​ການ​ພົວພັນ​ດ້ານ​ການ​ທະຫານແບບ​ໃໝ່. ທ່ານ Hagel ກໍ່​ໃຫ້​ຮູ້​ວ່າ: 2 ຝ່າຍ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເຫດການ​ຍິງ​ລູກ​ສອນ​ໄຟ​ຂອງ ສປປ ​ເກົາຫຼີ ທີ່​ຜ່ານ​ມາ, ກໍ່​ຄື​ຖະ​ແຫຼ​ງການ​ຂອງ ພຽງ​ຢາງ ທີ່​ນາບ​ຂູ່​ທົດ​ລອງ ນິວ​ເຄຼຍ, 2 ຝ່າຍ​ກໍ່​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ຕໍ່ທັດສະນະ​ປອດ​ນິວ​ເຄຼຍ​​ໃນ​ແຫຼມ ​ເກົາຫຼີ​.

ຂ່າວ/ບົດ​ອື່ນ