ການເຊື່ອມຕໍ່ດ້ານເຕັກນິກກົນໄກປະຕູດຽວແຫ່ງຊາດຮັບໃຊ້ການເຊື່ອມໂຍງເຂົ້າກັບພາກພື້ນ

ການເຊື່ອມຕໍ່ດ້ານເຕັກນິກກົນໄກປະຕູດຽວແຫ່ງຊາດຮັບໃຊ້ການເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1
ພາບປະກອບ:internet

(vovworld) - ພິທີ​ເປີດ​ສະຫລອງ​ການ​ເຊື່ອມ​ຕໍ່​ດ້ານ​ເຕັກນິກ​ລະຫວ່າງບັນດາ​ກະຊວງ, ຂະ​ແຫນງ​ການ​ເພື່ອຮັບ​ໃຊ້​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ດຳ​ເນີນ​ໄປ​ໃນ​ວັນ​ທີ 26/2 ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ເປັນ​ຂີດ​ໝາຍ​ການ​ສິ້ນ​ສຸດ​ໄລຍະ 1 ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດ​ຖະມົນຕີ ກ່ຽວ​ກັບ​ການ​ທົດ​ລອງ​ປະຕິບັດ​ກົນ​ໄກ​ພາສີ​ປະຕູ​ດຽວ​ແຫ່ງ​ຊາດ, ​ໃນ​ນັ້ນ ມີ 3 ກະຊວງ​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ດ້ານ​ເຕັກນິກ​ໃນຂັ້ນ​ຕອນ​ເຮັດວຽກລະບຽບ​ການ​ດ້ານ​ບໍລິຫານ ລວມມີ: ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ ​ແລະ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ. ​ເລື່ອງ​​ເປີດ​ສະຫລອງ​ການເຊື່ອມ​ຕໍ່​ດ້ານ​ເຕັກນິກ​ດັ່ງກ່າວ ​ແມ່ນ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ຫວຽດນາມ ສຳລັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເມື່ອ​ໃຫ້​ສັດຕະ​ຍາບັນ​ບັນດາ​ສັນຍາ ​ແລະ ສົນທິສັນຍາ, ມູ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ​ໃນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໃສ່​​ໃຈ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ ສືບ​ຕໍ່​ກວດກາ ​ເພື່ອ​ເຮັດໃຫ້ການປະຕິ​ຮູບ, ແລະການຫັນ​ລະບຽບ​ການ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ​ເປັນງ່າຍດາຍ​ກວ່າ.

 

ຂ່າວ/ບົດ​ອື່ນ