ການເຕີບໂຕເສດຖະກິດຂອງຫວຽດນາມຈະຫນູນຊ່ວຍສະພາບແວດລ້ອມແຫ່ງການເຄື່ອນໄຫວຂອງບັນດາທະນາຄານ

(VOVWORLD) -ອົງການ Moody's ຫາກໍ່ດັດປັບແງ່ຫວັງໄລຍະ 12 – 18 ເດືອນຈະມາເຖິງສຳລັບລະບົບທະນາຄານຢູ່ຫວຽດນາມ ຈາກລະດັບ “ຕັ້ງຫນ້າ” ມາເປັນ “ສະຖຽນລະພາບ”. 

ນີ້ແມ່ນເນື້ອໃນໃນບົດລາຍງານຫວ່າງແລ້ວນີ້ຂອງ  Moody's  ດ້ວຍຫົວຂໍ້: “ແງ່ຫວັງລະບົບທະນາຄານ-ຫວຽດນາມ: ການເຕີບໂຕເສດຖະກິດ ແລະ ການປັບປຸງຄຸນນະພາບຊັບສົມບັດຫນູນຊ່ວຍແງ່ຫວັງຢ່າງມີສະຖຽນລະພາບ.

ກ່ຽວກັບສະພາບການເຄື່ອນໄຫວ, Moody's ຖືວ່າ ການເຕີບໂຕດ້ານເສດຖະກິດຢ່າງເຂັ້ມແຂງຂອງຫວຽດນາມ ຈະຫນູນຊ່ວຍສະພາບການເຄື່ອນໄຫວຂອງບັນດາທະນາຄານ. ອົງການ Moody's ກໍ່ຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ຈະສືບຕໍ່ແມ່ນຫນຶ່ງໃນບັນດາລະດັບສູງສຸດໃນ ອາຊຽນ, ອາດຈະບັນລຸລະດັບ 6,7% ໃນປີ 2018 ແລະ 6,5% ໃນປີ 2019 ຍ້ອນມີຄວາມສາມາດແກ້ງແຍ້ງດ້ານເສດຖະກິດກໍ່ຄືການສົ່ງອອກ ແລະ ການຈຳຫນ່າຍສິນຄ້າຢູ່ພາຍໃນປະເທດໄດ້ຮັບການປັບປຸງ.

ຕອບກັບ

ຂ່າວ/ບົດ​ອື່ນ