ການເສັງປະດິດແຕ່ງ Slogan ຮອບຊິງຊະນະເລີດ

ການເສັງປະດິດແຕ່ງ Slogan ຮອບຊິງຊະນະເລີດ  - ảnh 1
ນັກສຶກສາຍິງ ຫງວຽນຊວນຮ໋ຽວ ຍາດໄດ້ລາງວັນທີ່ໜຶ່ງໃນການສອບເສັງ
(ພາບ: Vietnam+)

(vovworld) – ການ​​ເສັງ​ປະດິດ​ແຕ່ງ Slogan ຮອບ​ຊິງ​ຊະນະ​ເລີດ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອົດ​ສະ​ຕາ​ລີ, ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 20/7. ຜົນ​ມີ​ຢູ່​ວ່າ, ລາງວັນ​ທີ​ໜຶ່ງ​ແມ່ນ​ຂຶ້ນ​ກັບ ຫງວຽນ​ຊວນ​ຫ໋ຽວ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ​ນະຄອນ​ໂຮ່ຈີ​ມິນ, ດ້ວຍ Slogan “​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກ​ກັນ ​ແຕ່ ສາຍ​ໃຈ​ເພື່ອນ​ມິດ​ຍັງ​​ໃກ້ຊິດຕິດ​ກັນຢູ່“. ການ​​ເສັງ​ປະດິດ​ແຕ່ງ Slogan ຄັ້ງ​ທຳ​ອິດ​ຖືກ​ຈັດ​ຕັ້ງ​ຂຶ້ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ເພື່ອນ​ໜຸ່ມຫວຽດນາມ ຊອກ​ຮູ້​ວັດທະນະທຳ​ທີ່​ສວຍ​ງາມ​ຂອງ​ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ເພື່ອນ ຟານ​ໜືອອຽນ​ຍີ (Phan Nu Uyen Nhi), ນັກ​ສຶກສາ​ມະຫາວິທະຍາ​ໄລ​ເສດຖະກິດ​ດ່າ​ນັ້ງ, ຜູ້​ໄດ້​ຮັບ​ລາງວັນ​ທີ 3 ​ໃນ​ການ​ເສັງ​ດັ່ງກ່າວ, ​ໃຫ້​ຮູ້​ວ່າ:

“ຜ່ານການ​​ເສັງ​ປະດິດ​ແຕ່ງ Slogan  ນ້ອງ​ຢາກ​ຝາກຝັງ​ສານ​ທີ່​ວ່າ ພ້ອມ​ກັນ​ພັດທະນາ​ຕະຫຼອດ​ໄປ. ຄວາມ​ໝາຍ Slogan ຂອງ​ນ້ອງ​ກໍ່​ຄື​ກັນ​ກັບ Slogan ຂອງ​ເພື່ອນ​ຜູ້​ອື່ນໆ​ນັ້ນ​ແມ່ນ​ເພື່ອ​ປຸກລະດົມ​ຈິດ​ໃຈ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ນ້ອງ​ປາຖະໜາ​ຢາກ​ປະກອບສ່ວນ​ໃຫ້​​ຫວຽດນາມ ​ແລະ ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ - ອົດ​ສະ​ຕາ​ລີ “

ຂ່າວ/ບົດ​ອື່ນ