ການແລກປ່ຽນການຄ້າຫວຽດນາມ-ອາບຟຣີກາໃຕ້ສືບຕໍ່ເຕີບໂຕ

ການແລກປ່ຽນການຄ້າຫວຽດນາມ-ອາບຟຣີກາໃຕ້ສືບຕໍ່ເຕີບໂຕ - ảnh 1
ພາບປະກອບ

(vovworld) – ການ​ແລກປ່ຽນ​ການ​ຄ້າ​ຂອງ ຫວຽດນາມ ກັບ ອາບຟຣີກາ ​ໃຕ້ ​ໃນ​ປີ 2013 ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ຄາດ​ວ່າ​ບັນ​ລຸກ່ວາ 870 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ​ 17% ​ເມື່ອ​ທຽບ​ໃສ່​ປີ 2012, ​ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ສິນຄ້າບັນລຸ​ປະມານ 760 ລ້ານ USD ​ແລະ ວົງ​ເງິນ​ນຳເຂົ້າສິນຄ້າປະມານ​ກ່ວາ 110 ລ້ານ USD. ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນ​ຕໍ່​ຂອງ ຫວຽດນາມ ​ໄປຂາຍໃຫ້ ອາບຟຣີກາ ໃຕ້, ເຊິ່ງແມ່ນຄູ່​ຮ່ວມ​ມື​ການ​ຄ້າ​ລາຍໃຫຍ່​ສຸດ​ຂອງ ຫວຽດນາມ ຢູ່ ອາບຟຣີກາ ​ເຊັ່ນແມ່ນ: ​ເກີບໜັງ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ຜະລິດ​ຕະພັນຢາງພາລາ, ​ເຂົ້າສານ, ກາ​ເຟ.​​..​ ພິ​ເສດ, ​ໃນ 2 ປີຜ່ານມາ, ຜະລິດ​ຕະພັນ​ໂທລະສັບ​ມື​ຖື​ໄດ້​ບື່ນຕົວ​ຂຶ້ນ​ກວມອັດຕາ​ນັບ​ມື້​ນັບ​ສູງໃນ​ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄປຍັງຕະຫຼາດ ອາບຟຣີກາ ​ໃຕ້. ​ໃນ​ຂະນະ​ນັ້ນ, ອາບ​ຟຣີກາ ​ໃຕ້ ສົ່ງ​ອອກ​ສິນຄ້າມາຂາຍໃຫ້ ຫວຽດນາມ ສ່ວນ​ຫຼາຍ​ແມ່ນ​ເຫຼັກ​ກ້າ, ຜະລິດ​ຕະພັນ​ເຄມີ, ເກີບໜັງ​.​..​

ຂ່າວ/ບົດ​ອື່ນ