ການໂອ້​ລົມ​ໂດຍ​ກົງ​ທາງ ​ເຄືອ​ຂ່າຍອິນ​ເຕີ​​ແນັດ ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ

ການໂອ້​ລົມ​ໂດຍ​ກົງ​ທາງ ​ເຄືອ​ຂ່າຍອິນ​ເຕີ​​ແນັດ ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ - ảnh 1
ທ່ານຫງວຽນດັກວິງ

(vovworld) -  ​ຕອນ​ເຊົ້າ​ວັນ​ທີ 22/3, ທ່ານ​ຫງວຽນ​ດັກ​ວິ​ງ, ເລຂາ​ຜູ້​ທີ 1 ຄະນະ​ບໍລິຫານ​ງານສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້ໂອ້​ລົມ​ສົນທະນາໂດຍ​ກົງ​ທາງ​ເຄືອ​ຂ່າຍອິນ​ເຕີ​​ແນັດ​ກັບ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ໃນ​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ. ການ​ໂອ້​ລົມ​ສຸມ​ໃສ່​ບັນດາບັນຫາກ່ຽວ​ຂ້ອງ​ເຖິງ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ຄື: ຈຸ​ດສຸມ​ໃນ​ເດືອ​ນຊາວ​ໜຸ່ມ 2013, ຊາວ​ໜຸ່ມ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ອົງການ​ຊາວ​ໜຸ່ມ, ສະຫະພັນ​ຊາວ​ໜຸ່ມ​ກັບ​ຊາວ​ໜຸ່ມ​ທີ່​ເປັນກຳມະກອນ, ຜູ້​ອອກ​ແຮງ​ງານ​ເສລີ, ຊາວ​ໜຸ່ມ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ…​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ກຳນົດ​ທິດ​ໃຫ່ຍ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ​ຂອງ​ຊາວ​ໜຸ່ມ, ສ້າງ​ເງື່ອ​ນໄຂ​ໃຫ້​ຊາວ​ໜຸ່ມ​ເຂົ້າຮ່ວມ​ການ​ພັດທະນາ​ປະ​ເທດ​ຊາດ, ທ່ານຫງວຽນ​ດັກ​ວິ​ງ ​ໃຫ້​ຮູ້​ວ່າ:

   “ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ຊາວ​ໜຸ່ມ ​ແມ່ນ​ຕ້ອງ​ນຳ​ໜ້າ​ໃນ​ການ​ເຂົ້າຮ່ວມ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ​ໃນ​ຂົງ​ເຂດ​ນີ້, ໜ້າ​ທີ່​ຂອງ​ຊາວ​ໜຸ່ມ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກໜ້າ​ທີ່​ການ​ເມືອງ​ຂອງ​ປະ​ເທດ​ຊາດ​ໄດ້. ​ໃນ​ປີຜ່ານມາ, ການ​ເຄື່ອນ​ໄຫວ​ເຂົ້າຮ່ວມການ​ພັດທະນາ​ເສດຖະກິດ-​ສັງຄົມ ຂອງ​ຊາວ​ໜຸ່ມ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ລະອຽດ​ທີ່​ສຸດ. ຊາວ​ໜຸ່ມ​ໄດ້​ປະຕິບັດ​ບັນດາ​ວຽກ​ງານ​ອັນ​ແທດ​ຈິງ​ກ່ວາ, ລະອຽດກ່ວາ ​ແລະ ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດຖະບານ​ຢ່າງ​ຈະ​ແຈ້ງ​ກ່ວາ“.

 

 

 


 

ຂ່າວ/ບົດ​ອື່ນ